Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ມຸກດາຫານໃຫ້ທີ່ພັກເຊົາຊົ່ວຄາວແກ່ແຮງານລາວທີ່ຄາຢູ່ຊາຍແດນ
05/08/2021 Duração: 06minຍ້ອນວິດ ໂຄວິ-19 ຮ້າຍແຮງແຮງງານລາວໃນໄທຍ໌ກັບປະເທດ ສປປລາວ ມາກມາຍ. ບາງຈຸຄາຢູ່ໃນຊາຍແດນແຂວງສວັນນະເຂດ-ຈັ່ງວັດມຸກດາຫານຍອນໄປຮອດຊາຍແດນ ນັ້ນນອກເວລາຣາຊການ. ນີ້ພາໃຫ້ມຸກດາຫານສ້າງທີ່ພັກເຊົາຊົ່ວຄາວຊົດຊ່ວຍໃຫ້ພວກຂະເຈົ້າມີທີ່ພັກເຊົາເພື່ອຈະກັບ ບ້ານໃນມື້ຕໍ່ໄປ.
-
ສປຈີນ-ສປປລາວ ຮ່ວມມືກັນຫຼຸດຜ່ອນການປັ່ນຄວັນ ແກສ໌ຊີໂອທູ ແທ້ບໍ່?
05/08/2021 Duração: 05minzໂລກມະນຸດພະຍາມຫຼຸດຜ່ອນກັນປັ່ນຄວັນ ຊີໂອທູ ລົງມາກມາຍເພື່ອ ປົວແປງອາການຮ້ອນຂຶ້ນເມື່ອໜ້າຢູ່. ສປຈີນ-ສປປລາວ ີມໂຄງການອັນນຶ່ງບໍຣິຈາກຣົດໄຟຟ້າແກ່ທາງການ ລາວເພື່ອນຳໃຊເພື່ອເປັນການຫຼຸດຜ່ານແກສນັ້ນ.
-
ຄະນະຣັຖບານອອສເຕຼເລັຍຕົກລົງກັນເອົາເປົ້າການສັກຢາວັກຊີນ ໂຄວິດ-19 ແຫ່ງຊາດແລ້ວ.
05/08/2021 Duração: 07minຄະນະຣັຖບານອອສເຕຼເລັຍຕົງລົງກັນໃນດ້ານແນວຄິດຮັບເອົາເປົ້າຂອງການ ສັກຢາວັກຊີນ ໂຄວິດ-19 ສຳຮັບປະເທດຊາດບ້ານເມືອງອອສເຕຼເລັຍແລ້ວ ເມື່ອທີ່ຣັດນີວຊາວທ໌ແວນລ໌ທີ່ຖຶກລ໋ອກດາວຢູ່ຍັງມີຄົນເປັນໂຄວິດຫຼາຍຂຶ້ນຕື່ມຢູ່.
-
ນັກທ່ອງທ່ຽວເພື່ອຢາວັກຊີນໄປສະຫະຣັດເພື່ອໃຫ້ຖຶກສັກຢາວັກຊີນໂຄວິດໃຫ້.
05/08/2021 Duração: 07minການມີຢາວັກຊີນ ໂຄວິດ-19 ແລະການສັກຢາດ່ັງກ່າວໃຫ້ປວງຊົນໃນແຕ່ລະ ປະເທດໃນໂລກນີ້ບໍ່ສເມີພາບກັນແລະແຕກຕ່າງກັນມາກມາຍ. ໃນເວລານີ້ຫຼາຍແຫ່ງຫົນຂອງໂລກນີ້ຂາດເຂີນຢາວັກຊີນນັ້ນຢູ່ແລະມີການລ້າຊ້າ ໃນການສັກມັນໃຫ້ແກ່ສາທາຣະນະຊົນ ເຊັ່ນໃນຫຼາຍປະເທດໃນທະວີບອາຟຼິກາ ແລະອາຊີຕລອດເຖິງອາຊີຕາເວັນອອກສ່ຽງໃຕ້ດ້ວຍ. ຫຼາຍຄົນບິນໄປສະຫະຣັດອະເມຣິເພ່ື່ອຈະຖຶກສັກຢ່ວັກຊີນ ໂຄວິດ-19 ດັ່ງໃຈ ປາຖາໃຫ້.
-
ຜູ້ນຳຕ່າງໆຂັ້ນໂລກຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນກັນ ໂຄວິດ-19.
04/08/2021 Duração: 11minເມື່ອໂລກທັງໂລກກຳລັງຟ້າວຫຼີກລຽງ ໂຄວິດ-19 ຮອບສາມຍ້ອນສາຍພັນ ແດນຕາ ຢູ່ ມັນກໍມີນາໆສາເຫດທີ່ຊ່ອງດຶງການສັກຢານັ້ນໄວ້ໂດຍນາໆວິທີການ. ບັດນີ້ຜູ້ນຳຕ່າງໆຂັ້ນໂລກກຳລັງຮຽກຮ້ອງໃຫ້ສາທາຣະນະຊົນຈົ່ງໄປໃຫ້ສັກຢາວັກ ຊີນ ໂຄວິດບ19 ເພາະມອງໄກແລ້ວຄົງເຫັນວ່າວັກຊີນກັນໂຄວິດຄືທາງອອກໃຫ້ ພົ້ນຈາກວິກິດ ໂຄວິດ-19.
-
ໂຄວິດ-19 ຣາປິດ ແອນຕີແຊນ ເຕສຕ໌ ແມ່ນຫຍັງ : ອອສເຕຼເລັຍຄວນນຳມັນມາໃຊ້ບໍ່?
04/08/2021 Duração: 05minຂົງແຄ້ວນຊິດນີຍັງຖຶກລ໋ອກດາວຢູ່ຕໍ່ໄປຍ້ອນການບູດຣຸກຂອງ ໂຄວິດ-19 ຍັງບໍ່ຍອມທໍ້ຖ້ອຍ. ໃນການຕໍ່ສູ້ ໂຄວິດ-19 ບັດນີ້ມີສິ່ນຶ່ງທີ່ຮຽກວ່າ ຣາປິດ ແອນຕີແຊນ ເຕສຕ໌. ມັນແມ່ນຫຍັງແລະຄວນນຳມັນມາໃຊ້ໃນອອສເຕຼເລັຍຫຼືບໍ່?
-
ຊຸມຊົນລາວຊົດຊ່ວຍຣັດ ນີວຊາວທ໌ແວນລ໌ ສັກຢາປ້ອງກັນ ໂຄວິດ-19
04/08/2021 Duração: 13minໂຄວິດ-19 ຍັງດຸໜັ່ນໃນການບຸກຣຸກຣັດນີວຊາວທ໌ແວນລ໌ຢູ່ແລະ ຣັຖບານຣັດນີວຊາວໆ໌ແວນລ໌ກໍບໍ່ຫຼົດລະໃນການພະຍາຍາມສັກຢາ ວັກຊີນປ້ອງກັນພະຍາດດັ່ງກ່ຽວໃຫ້ແກສາທາຣະນະຊົນ. ເຂດເທດສະບານ ແຟຟຽນດ໌ ເປັນແຫ່ງນຶງຂອງຂົງແຄ້ວນ ຊິດນີທີຖຶກລ໋ອກດາວຢ່າງແຮງຍ້ອນມີຄົນເປັນ ໂຄວິດ-19 ຫຼາຍ. ໃນເທດສະບານນັ້ນແລະເຂດໃກ້ຄຽງມີຄົນເລືອດລາວຢູ່ກິນ ມາກມາຍແລະມີສູນກາງວັທນະທຳລາວດ້ວຍ. ໃນຫວ່າງນຶ່ງນີ້ ໂດຍການຊ່ວຍເຫຼືອຂອງສະມາຄົມ ສສຊລ ສູນກາງວັທນະທຳຂອງສະມາຄົມສົ່ງເສີມຊຸມ ຊົນຊາວລາວໃນຣັດນີວຊາວທ໌ແວນລ໌ (ສສຊລ) ນັ້ນຖຶກຈັດ ເປັນສູນກາງອັນນຶ່ງຂອງກະຊວງສາທາຣະນະສຸກນີວຊາວທ໌ ແວນລ໌ເພື່ອສັກຢາວັກຊີນ ໂຄວິດ-19 ແກປວງຊົນ ໃນແບບ ບໍ່ຕ້ອງນັດໜາຍເວລາກັນ ຄືຍ່າງເຂົ້າໄປໂລດແລ້ວກໍຈະຖຶກຊີດ ໃຫ້ໃນທັນທີໂດຍບໍ່ຄິດຄ່າຫຍັງແລະເລືອກໜ້າແລະສອບຖາມ ຫຍັງຫຼາຍໜັກ. ການສັກຢາດັ່ງກ່າວແມ່ນມີແຕ່ໃນວັນພຸດເທົ່ານັ້ນແລະຊົ່ວ ຣະຍະນຶ່ງ.
-
ປັບໃຫ້ທັນການ ໂຄວິດ-19: ທາງການນີວຊາວທ໌ແວນລ໌ແລະ ຄີວນສ໌ແລນດ໌ຮຽກຮ້ອງໃຫ້ຢູ່ເຮືອນ.
03/08/2021 Duração: 04minໂຄວິດ-19 ໃນອອສເຕຼເລັຍ ມັນຍັງດື້ດ້ານບຸກເມືອໜ້າຢູ່. ບັດນີ້ມີຄາດຄະເນວ່າຈະສັກຢາວັກຊີນ ໂຄວິດ-19 ໄດ້ຫຼາຍຂຶ້ນ ໃນນີວຊາວທ໌ແວນລ໌. ຄີວນສ໌ແລນດ໌ມີຄົນເປັນພະຍາດດັ່ງກ່າວຫຼາຍຂຶ້ນຕື່ມເປັນ 47 ຄົນແລ້ວບັດນີ້. ໂຄວິດ-19 ໃນຣັດວິກຕໍເຣັຍມັນກໍສາມາດດັກເຮັດໃຫ້ອີກສີ່ຄົນ ເປັນມັນດ້ວຍ. ປາກົດວ່າສະຖະນະການຍັງບໍ່ໃຫ້ຄວາມປອດພັຍໄດ້ເທ່ືອ.
-
ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ
02/08/2021 Duração: 08minປານໃດ ໂຄວິດ-19 ຈະໜີ? ມັນຍັງອາຣະວາດອອສເຕຼເລັຍຢູູ່. ສິ່ງທ່ານຈະໄດ້ຍິນຕໍ່ໄປນີ້ ແມ່ນການອ່ານບົດຂຽນ "ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ" ທີ່ທ່ານກົດເບີ່ງ ກົດເອົາລາຍຣະອຽດໄດ້.
-
ອັບເດດ ໂຄວິດ-19:ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ
01/08/2021 Duração: 04minມື້ເກົ່າປ່ຽນໄປ ມື້ໃໜ່ມາແທນ ແຕ່ ໂຄວິດ-19 ຍັງດື້ດ້ານດັນທະວິຂຶ້ນຢູ່. ບັດນີ້ຣັດຄີວນສ໌ແລນດ໌ມີຄົນເປັນ ແດນຕາ ຫຼາຍຂຶ້ນທີ່ສຸດຂອງການທະ ວີຂຶ້ນໃນຣັດດັ່ງກ່າວ. ວິກຕໍເຣັຍກໍເປັນອີກ 18 ລາຍ. ດີແດ່ແມ່ນມີຄົນມາກມາຍຂຶ້ນທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີ ນຶ່ງໃຫ້ແລ້ວ.
-
ອັບເດດ ໂຄວິດ-19: ສອງສ່ວນສາມຂອງກໍຣະນີເປັນ ໂຄວິດ-19 ໃນນີວຊາວແວນລ໌ມີອາຍຸອ່ອນກ່ວາ 40.
31/07/2021 Duração: 03minໂຄວິດ-19 ຍັງບໍ່ທໍ້ຖອຍໃນການບຸກໜຸກອອສເຕຼເລັຍໂດຍສະເພາະຣັດນີວຊາວແວນລ໌ ແລະທາງການສາທະຣະນະສຸກກໍພະຍາມຮັບມືແລະຕໍ່ສູ້ກວາດລ້າງມັນສຸດຢຽດຢູ່. ອັບເດດຕໍ່ໄປນີ້ເປັນສິ່ງສຳຄັນທີ່ຈະຮູ້ແລະຕິດຕາມ.
-
ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ
30/07/2021 Duração: 03minບັນຫາກ່ຽວກັບ ໂຄວິດ-19 ຍັງມີຢູ່ໃນອອສເຕຼເລັຍທັງກໍມີການຕ້ອງຫ້າມຕ່າງໆນຳ. ອັບເດດກ່ຽວກັບ ໂຄວິດ-19 ເປັນຂໍ້ມູນແລະຂ່າວຄາວທີ່ສຳຄັນແລະຄວນຮູ້ຄວນຊາບ ໃຫ້ທັນເວລານາທີ. ໃນບົດອ່ານນີ້ແມ່ນອັບເດດ ໂຄວິດ-19 ຮວດ 30-7-21. ສ່ວນລາຍຣະອຽດທີ່ຄົນຄົ້ນຫາຂໍ້ມູນຕ່າງໆໄດ້ແມ່ນຕ້ອງທ່ານເອົາໃນຫົວຂໍ້ "ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ".
-
ບຸນເຂົ້າພັນສາລາວ 2021 ງຽບເຫົງາ
30/07/2021 Duração: 06minບຸນເຂົ້າພັນສາລາວເປັນບຸນອັນນຶ່ງທີ່ສຳຄັນໃນດ້ານສານາແລະສຳຮັບ ສ່ວນໃຫຍ່ຂອງຄົນລາວທົ່ວໄປ. ໃນແຕ່ຣະປີ ໃນແຜ່ນດິນລາວມີບຸນເຂົ້າພັນສາຢ່າງມີຊີວິດຊີວາ ແຕ່ປີນີ້ ບຸນນັ້ນງຽບເຫົງາ. ຍ້ອນຫັຍງ?
-
ເຂື່ອນນ້ຳອູ 1 ປ່ອຍນ້ຳຖິ້ມ
30/07/2021 Duração: 07minສປປລາວ ມີເຄື່ອນໄຟຟ້ານ້ຳຕົກແຮງສູງມາກມາກທັງກໍມີອັນອື່ນໆ ທີ່ເປັນເຂື່ອນຂັ້ນກາງແລະນ້ອຍນຳ ແລະເຂື່ອນໃນ ສປປລາວ ຫຼາຍອັນ ແຕກພັງມາແລ້ວ ທີ່ຮ້າຍແຮງສຸດແມ່ນຝາເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຈົນວ່າຈິບຫາຍນາໆສິ່ງນາໆຢ່າງແລະນາໆຊີວິດແລະຈິດໃຈ. ໃນຫວ່າງນຶ່ງນີ້ເຂື່ອນນ້ຳອູ 1 ຕືນຈະປ່ອຍນ້ຳຍ້ອນຟ້າຝົນຕົກນັກໃນ ພາກເໜືອ ສປປລາວ.
-
ແດນຕາ ຈັບແໜ້ນໃນ ສປປລາວ
30/07/2021 Duração: 06minສປປລາວ ຍັງເປັນແຫ່ງໃນທີ່ຖືໄດ້ວ່າມີຄົນເປັນ ໂຄວິດ-19 ໜ້ອຍຢູ່. ແຕ່ນີ້ມີແນວໂນ້ມທີ່ເປັນຄ້າຍກັບວ່າຄົງບໍ່ເປັນດັ່ງນັ້ນອິກແລ້ວແລະກະ ທັ້ງທີ່ມີຫຼາຍປະເທດເອົາຢາວັກຊີນກັນ ໂຄວິດ-19 ມາໃຫ້ຟຼີໆຫຼາຍແທ້ໆ ກໍຕາມ. ໃນຫວ່າງບໍ່ນານແລ້ວຈຳນວນຄົນເປັນ ໂຄວິດ-19 ໃໜ໋ໃນລາວສຳ ຮັບແຕ່ຣະມື້ມີເຖິງມາກມາຍທີ່ສຸດເຖິງ 254 ຄົນ ແລະຈຳນວນຄົນຕາຍ ກໍມີຫຼາຍຂຶ້ນໄປນຳ.
-
ຈັ່ງວັດໜອງຄາຍຕຽມໂຕໃສ່ຣົດໄຟຄວາມໄວສູງຈີນ-ລາວ.
30/07/2021 Duração: 05minໃນອີກບໍ່ເທົາໃດໂຄງການຣົດໄຟຄວາມໄວສູງຈີນ-ລາວກໍຈະເປີດຂຶ້ນເປັນທາງການແລ້ວ. ນັ້ນຈະມີພະລັງວັງຊາມາກມາຍຕໍ່ຊີວິດຊີວາແລະເສຖກິດຂອງຈັ່ງວັດໜອງຄາຍ. ດ້ວຍເຫດນີ້ເອງໜອງຄາຍກຳລັງຕຽມເນື້ອຕຽມໂຕໃສ່່ໂຄງການຣົດໄຟນັ້ນຢູ່.
-
ນາຍົກ ສປປລາວ ຮຽກຮ້ອງໃຫ້ແຮງງານລາວຈົ່ງກັບບ້ານຢ່າງຖຶກຕ້ອງ
30/07/2021 Duração: 06minໃນໄທຍ໌ມີແຮງງານລາວນັບເປັນຫຼາຍແສນຄັນບໍ່ວ່າເປັນລ້ານ. ພວກດັ່ງກ່າວປະກອບດ້ວຍພວກທີ່ຖຶກຕ້ອງຕາມກົດໜາຍແລະຜິດກົດໜາຽ. ໂຄວິດ-19 ໃນໄທຍ໌ດັນໃຫ້ພວກຂະເຈົ້າຕ້ອງກັບສູ່ບ້ານໃນ ສປປລາວ ໂດຍນາໆ ວິທີການ. ນີ້ພາໃຫ້ທາງການລາວມີບັນຫາໜັກຢູ່ ຈົນນາຍົກປະໂລອອກມາສົ່ງສຽງດັງກ້ອງ ຂໍໃຫ້ທຸກໆຄົນນັ້ນຈົ່ງກັບບ້ານຢ່າງຖຶກຕ້ອງຕາມກົດໜາຍ.
-
ສປປລາວ ຕໍ່ລ໋ອກດາວອອກຮອດ 3 ສິງຫາ 2021.
30/07/2021 Duração: 08minສປປລາວ ລ໋ອກດາວມາແລ້ວດົນນານເຕີບແຕ່ບັດນີ້ສຳຜັດຕໍ່ລ໋ອກດາວ ຄັ້ງຫຼ້າສຸດອອກເິຖງ ໂ ສິງຫາ 2021. ນີ້ບອກໃຫ້ຮູ້ວ່າສະຖານະການນະພາບ ໂຄວິດ-19 ໃນລາວລາວຍັງບໍ່ປົກ ກະຕິໄດ້ເທື່ອ.
-
ອັບເດດ ໂຄວິດ-19 : ມີຄົນເປັນ ໂຄວິດ-19 ຫຼາຍເປັນປະຫວັດການແລະມີການຕ້ອງຫ້າມເຄັ່ງຄັດກ່ວາ
29/07/2021 Duração: 04minນີ້ແມ່ນບົດອ່ານກ່ຽວກັບການປັບໃຫ້ທັນການກ່ຽວັກບ ໂຄວິດ-19 ສຳຮັບ 29 ກໍຣະກະດາ 2021. ສຳຮັບລາຍຣະອຽດໃຫ້ເຂົ້າເບິງເຣື່ອງໃນຫົວຂໍອັນດຽວກັນຂອງໃນນີ້ ເພື່ອຄົ້ນຫາສິ່ງທີ່ຢາກຮູ້ຕື່ມ.
-
ໂຄໂຣນາໄວຣັສຈະບໍ່ຢຸດຍັ້ງການສຳຫຼວດສັມໂນຄົວ 2021 ໄດ້.
29/07/2021 Duração: 06minການສຳຫຼວດສັມໂນຄົວອອສເຕຼເລັຍສົກປີ 2021 ກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ເມື່ອທີ່ ໂຄວິດ-19 ອາຣະວາດເຂດແດນຕ່າງໆຂອງແຜ່ນດິນອອສເຕຼເລັຍຢູ່ ແຕ່ມັນຈະບໍ່ເຮັດໃຫ້ແຜນການການສຳຫຼວດນັ້ນລ້າຊ້າລົງຫຼືຖຶກຢຸດຢັ້ງໄວ້ໄດ້. ຫ້ອງການສະຕິທິອອສເຕຼເລັຍເວົ້າວ່າຕົນມີຄວາມໜັ້ນໃຈວ່າຕົນມີວິທີການ ອັນຖຶກຕ້ອງໄວ້ແລ້ວເພື່ອຈະກະທຳການສຳຫຼວດສັມໂນຄົວອອສເຕຼເລັຍທີ່ ໃຫຍ່ໂຕທີ່ສຸດກະທັ້ງທີ່ມີ ໂຄວິດ-19 ຣະບາດຢູ່ແລະມີລ໋ອກດາວຕ່າງຢູ່ກໍຕາມ.