Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ປະຕິກິຣິຍາຈາກທົ່ວໂລກກ່ຽວກັບ ການຊຸ່ມຍິງທີ່ Bondi
18/12/2025 Duração: 10minຜູ້ນຳຈາກທົ່ວໂລກໄດ້ສະແດງຄວາມໄວ້ອາລັຍຕໍ່ຜູ້ເສັຍຊີວິດ ແລະບາດເຈັບຈາກການຊຸ່ມຍິງທີ່ Bondi ໃນເທສການ Hannukah ຊຶ່ງແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາ Judaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ. ທ່າມກາງຄື້ນຂອງການຕໍ່ຕ້ານຊາວຢິວໄດ້ຮຸນແຮງຂຶ້ນເລື້ອຍໆ.
-
ຄຳສັ່ງຫ້າມເດັກອາຍຸຕ່ຳກວ່າ 16 ປີໃນການໃຊ້ສື່ສານມວນຊົນ
18/12/2025 Duração: 12minຕັ້ງແຕ່ວັນພຸດໜ້າ (20 ທັນວາ), ອອສເຕຣເລັຍຈະກາຍເປັນປະເທດທໍາອິດໃນໂລກ ທີ່ຈະສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ບໍ່ໃຫ້ມີບັນຊີສື່ສານມວນຊົນ, ບັງຄັບໃຫ້ບໍຣິສັດໃຫຍ່ ປະຕິບັດຕາມກົດຫມາຍ ຫລືຕ້ອງປະເຊີນກັບການຖືກປັບໃໝ ສູງເຖິງ 50 ລ້ານໂດລາ. ຣັດຖະບານຂອງ ກ່າວວ່າ ການເຄື່ອນໄຫວນັ້ນ ຈະປົກປ້ອງຄົນຫນຸ່ມຈາກ Algorithm ທີ່ເປັນອັນຕະຣາຍ ແລະຜົນກະທົບທາງລົບຕໍ່ສຸຂະພາບຈິດ. ພໍ່ແມ່ຫລາຍຄົນ ສນັບສນູນການປ່ຽນແປງ, ໃນຂນະທີ່ນັກວິຈານ ເຕືອນວ່າ ຄົນໄວລຸ້ນທີ່ຮູ້ຈັກເລື່ອງເທັກໂນໂລຈີ ອາດຈະມີວິທີ ຫຼີກລ້ຽງຈາກມາດຕະການນັ້ນ.
-
ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ.
18/12/2025 Duração: 06minມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.
-
How to plan for your child’s financial future in Australia - ວາງແຜນອະນາຄົດດ້ານການເງິນຂອງລູກທ່ານ ໃນອອສເຕຣເລັຍ ແນວໃດ?
18/12/2025 Duração: 12minFinancial planning can feel stressful for any parent. When it comes to saving for your child’s future, knowing your options helps make informed decisions. And teaching your kid healthy money habits can be part of the process. - ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູກຂອງທ່ານ ໃຫ້ຮູ້ເຖິງນິສັຍເລື່ອງການເງິນທີ່ດີ ສາມາດເປັນສ່ວນຫນຶ່ງຂອງຂັ້ນຕອນນັ້ນ.
-
ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ.
11/12/2025 Duração: 05minການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.
-
ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ
05/12/2025 Duração: 10minໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.
-
ການຮຸກຮານ Venezuela ຂອງອາເມຣິກາ.
05/12/2025 Duração: 13minສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.
-
ການກຽມຮັບມືກັບລະດູໄຟປ່າ.
05/12/2025 Duração: 05minອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.
-
ເຈຣະຈາສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine
05/12/2025 Duração: 08minDonald Trump ຂອງສະຫະຣັດອາເມຣິກາ ອ້າງວ່າຂໍ້ຕົກລົງສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine ໃກ້ເຂົ້າມາແລ້ວ, ໃນຂນະທີ່ Volodymyr Zelenskyy ໄດ້ຕົກລົງ ໃນຫລັກການ ກັບໂຄງຮ່າງສັນຕິພາບໃຫມ່ ທີ່ສເນີໂດຍສະຫະຣັດອາເມຣິກາ. ປະທານາທິບໍດີ Ukraine ຍັງລະມັດລະວັງ ທີ່ຈະຖືກບັງຄັບໃຫ້ຮັບເອົາຂໍ້ຕົກລົງ ຕາມເງື່ອນໄຂຂອງຣັສເຊັຍ, ໃນຂນະທີ່ຊາວUkraine ເບິ່ງຄືວ່າ ບໍ່ເຕັມໃຈທີ່ຈະເຮັດຕາມຂໍ້ຮຽກຮ້ອງຂອງຣັສເຊັຍ ແລະມີຄວາມເປັນຫ່ວງ ສໍາລັບການໃຫ້ຣັສເຊັຍໄດ້ປຽບຢ່າງຫຼາຍ ໂດຍການຮຽກຮ້ອງໃຫ້ Ukraine ຍອມ ສລະ ດິນແດນ ແລະຫ້າມບໍ່ໃຫ້ເຂົ້າຮ່ວມ NATO.
-
'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຫຍັງ?
27/11/2025 Duração: 08min'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຄຳເອີ້ນຂີດຈຳກັດຂອງຄວາມສຳເລັດຂອງຄົນເອເຊັຍ. ມີພຽງແຕ່ຫ້າຄົນ ທີ່ມີພື້ນຖານຈາກເອເຊັຍເທົ່ານັ້ນ ທີ່ຢູ່ໃນຕໍາແຫນ່ງຜູ້ນໍາຂອງ ASX100 ແເພດານນີ້ກຳລັງຈະຖືກທຳລາຍລົງເທື່ອລະນ້ອຍໃນອອສເຕຣເລັຍ.
-
ງົບປະມານສາທາຣະນະສຸກໃນອອສເຕຣເລັຍ.
27/11/2025 Duração: 06minນາຍົກຣັດຖະມົນຕີຂອງຣັດ ໄດ້ມາເຕົ້າໂຮມກັນ ໃນການປະຊຸມສຸກເສີນ, ເນື່ອງຈາກຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບການບັນລຸຂໍ້ຕົກລົງ ເລື່ອງງົບປະມານຂອງໂຮງຫມໍຂອງຣັດ ກັບຣັດຖະບານກາງ. ລາຍງານຈາກສະຖາບັນ Grattan ພົບວ່າຢ່າງໜ້ອຍມີປະມານ 1.2 ພັນລ້ານໂດລາຕໍ່ປີ ໃນລະບົບທີ່ບໍ່ກ່ຽວກັບການຊ່ອຍເຫລືອຄົນໄຂ້ ແລະສາມາດນຳມາໃຊ້ຈ່າຍໃນທາງທີດີກວ່າ.
-
ຄວາມສາມາດ ໃນການຈ່າຍຄ່າເຊົ່າ
27/11/2025 Duração: 08minດັດຊະນີ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ (Rental Affordability Index) ຫຼ້າສຸດຂອງ National Shelter ສະແດງໃຫ້ເຫັນວ່າ ຄວາມກົດດັນນີ້ ກໍາລັງເກີດຂຶ້ນທົ່ວປະເທດ. ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຫມັ້ນຄົງ, ແຕ່ຄວາມກົດດັນດ້ານການເຊົ່າເຮືອນ ຍັງບໍ່ປ່ຽນແປງທົ່ວອອສເຕຣເລັຍ. ໃນຫລາຍເມືອງຫລວງ, ຄອບຄົວຍັງຕ້ອງໃຊ້ຈ່າຍເກືອບຫນຶ່ງສ່ວນສາມ ຂອງລາຍໄດ້ຂອງເຂົາເຈົ້າ ພຽງແຕ່ເພື່ອໃຫ້ມີຫລັງຄາ ຢູ່ເທິງຫົວຂອງເຂົາເຈົ້າ.
-
ເຕືອນນັກຮຽນຕ່າງຊາດກ່ຽວກັບ ການຫຼອກລວງ.
27/11/2025 Duração: 05minAFP ໄດ້ອອກຄໍາເຕືອນຢ່າງຮີບດ່ວນ ສໍາລັບນັກຮຽນຕ່າງຊາດ ທີ່ຈະເດີນທາງອອກຈາກອອສເຕຣເລັຍ ຫລັງຈາກຈົບມະຫາວິທະຍາໄລ.ນັກຮຽນສາມາດເຂົ້າຫາໄດ້ ໂດຍກຸ່ມອາດຊະຍາກັມ ຊຶ່ງສເນີເງິນຫລາຍຮ້ອຍໂດລາ ສໍາລັບການໃຊ້ບັນຊີທະນາຄານ ໃນອອສເຕຣເລັຍຂອງເຂົາເຈົ້າ. ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.
-
ການຊຸມນຸມປະທ້ວງຂອງກຸ່ມ neo-Nazi.
21/11/2025 Duração: 12minທະນາຍຄວາມ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ. ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ. ໃນຣັດNew South Wales, ການປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1' ຢ່າງຫນ້ອຍເຈັດມື້ ແລະຖ້າສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.
-
ຄຳເຕືອນກ່ຽວກັບຄວາມສ່ຽງຕໍ່ "ນັກຮຽນ (Schoolies)".
21/11/2025 Duração: 07minໃນຂນະທີ່ໄວລຸ້ນຫລາຍພັນຄົນ ສເລີມສລອງການສິ້ນສຸດ ຂອງປີ 12,ເຂົາເຈົ້າໄດ້ຮັບການເຕືອນ ເຖິງຄວາມສ່ຽງທີ່ມາຈາກການດື່ມເຄື່ອງມຶນເມົາ, ໂດຍສະເພາະຢູ່ຕ່າງປະເທດ. ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.
-
ການເປີດເຜີຍແຟ້ມ ຄະດີທາງເພດ ທີ່ອາດກ່ຽວກັບ Donald Trump
21/11/2025 Duração: 10minຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.
-
ມີການປິດໂຮງຮຽນຍ້ອນການປົນເປື້ອນຂອງ Asbestos.
21/11/2025 Duração: 08minການເອີ້ນຄືນດິນຊາຍຫລິ້ນສີທີ່ນຳເຂົ້າ (Imported coloured play sand) ທົ່ວປະເທດ ທີ່ປົນເປື້ອນດ້ວຍ Asbestos ໄດ້ຂຍາຍຜົນກະທົບຂອງມັນກວ້າງຂຶ້ນ. ບັດນີ້ ມີການປິດໂຮງຮຽນ ແລະຄວາມພຍາຍາມໃນການແກ້ໄຂທົ່ວSouth Australia, ACT ແລະ Tasmania ເພາະຄວາມເປັນຫ່ວງກ່ຽວກັບການປົນເປື້ອນ.
-
ການທຸດຈະຣິດໃນ Ukraine.
13/11/2025 Duração: 06minໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine (National Anti-Corruption Bureau) ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ ແລະປະທານາທິບໍດີ Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດຊຶ່ງຖືກກ່າວຫາວ່າມີສ່ວນໃນການທຸດຈະຣິດຄັ້ງນີ້.
-
ການສອບສວນການຢຽດເຊື້ອຊາດ ໃນບ່ອນທໍາງານ.
13/11/2025 Duração: 07minການຈໍາແນກເຊື້ອຊາດ ຢູ່ບ່ອນທໍາງານເປັນພັຍພິບັດ. ມັນເປັນບັນຫາທີ່ກະທົບກະເທືອນ ຕໍ່ຜູ້ຄົນໃນທຸກຂັ້ນຕອນຂອງວຽກງານ, ມັນຫຼຸດຄ່າຂອງຜູ້ຄົນໃຫ້ຫນ້ອຍລົງ, ແລະມັນສ້າງຄວາມເສັຍຫາຍ ຕໍ່ເສດຖະກິດ ແລະສັງຄົມຂອງເຮົາໂດຍທົ່ວໄປ ແຕ່ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.
-
ວ່າດ້ວຍ ຄວາມເຈັບປວດຂອງຜູ້ຍິງ.
13/11/2025 Duração: 10minລາຍງານກ່ຽວກັບຄວາມເຈັບປວດຂອງຜູ້ຍິງຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດ Victoria.