Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 81:04:50
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ອັບເດດ ໂຄວິດ-19​:​ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ

    01/08/2021 Duração: 04min

    ມື້ເກົ່າປ່ຽນໄປ ມື້ໃໜ່ມາແທນ ແຕ່ ໂຄວິດ-19 ຍັງດື້ດ້ານດັນທະວິຂຶ້ນຢູ່. ບັດນີ້ຣັດຄີວນສ໌ແລນດ໌ມີຄົນເປັນ ແດນຕາ ຫຼາຍຂຶ້ນທີ່ສຸດຂອງການທະ ວີຂຶ້ນໃນຣັດດັ່ງກ່າວ. ວິກຕໍເຣັຍກໍເປັນອີກ 18 ລາຍ. ດີແດ່ແມ່ນມີຄົນມາກມາຍຂຶ້ນທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີ ນຶ່ງໃຫ້ແລ້ວ.

  • ອັບເດດ ໂຄວິດ-19​: ສອງສ່ວນສາມຂອງກໍຣະນີເປັນ ໂຄວິດ-19 ໃນນີວຊາວແວນລ໌ມີອາຍຸອ່ອນກ່ວາ 40.

    31/07/2021 Duração: 03min

    ໂຄວິດ-19 ຍັງບໍ່ທໍ້ຖອຍໃນການບຸກໜຸກອອສເຕຼເລັຍໂດຍສະເພາະຣັດນີວຊາວແວນລ໌ ແລະທາງການສາທະຣະນະສຸກກໍພະຍາມຮັບມືແລະຕໍ່ສູ້ກວາດລ້າງມັນສຸດຢຽດຢູ່. ອັບເດດຕໍ່ໄປນີ້ເປັນສິ່ງສຳຄັນທີ່ຈະຮູ້ແລະຕິດຕາມ.

  • ອັບເດດ ໂຄວິດ-19​: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ

    30/07/2021 Duração: 03min

    ບັນຫາກ່ຽວກັບ ໂຄວິດ-19 ຍັງມີຢູ່ໃນອອສເຕຼເລັຍທັງກໍມີການຕ້ອງຫ້າມຕ່າງໆນຳ. ອັບເດດກ່ຽວກັບ ໂຄວິດ-19 ເປັນຂໍ້ມູນແລະຂ່າວຄາວທີ່ສຳຄັນແລະຄວນຮູ້ຄວນຊາບ ໃຫ້ທັນເວລານາທີ. ໃນບົດອ່ານນີ້ແມ່ນອັບເດດ ໂຄວິດ-19 ຮວດ 30-7-21. ສ່ວນລາຍຣະອຽດທີ່ຄົນຄົ້ນຫາຂໍ້ມູນຕ່າງໆໄດ້ແມ່ນຕ້ອງທ່ານເອົາໃນຫົວຂໍ້ "ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ".

  • ບຸນເຂົ້າພັນສາລາວ 2021 ງຽບເຫົງາ

    30/07/2021 Duração: 06min

    ບຸນເຂົ້າພັນສາລາວເປັນບຸນອັນນຶ່ງທີ່ສຳຄັນໃນດ້ານສານາແລະສຳຮັບ ສ່ວນໃຫຍ່ຂອງຄົນລາວທົ່ວໄປ. ໃນແຕ່ຣະປີ ໃນແຜ່ນດິນລາວມີບຸນເຂົ້າພັນສາຢ່າງມີຊີວິດຊີວາ ແຕ່ປີນີ້ ບຸນນັ້ນງຽບເຫົງາ. ຍ້ອນຫັຍງ?

  • ເຂື່ອນນ້ຳອູ 1 ປ່ອຍນ້ຳຖິ້ມ

    30/07/2021 Duração: 07min

    ສປປລາວ ມີເຄື່ອນໄຟຟ້ານ້ຳຕົກແຮງສູງມາກມາກທັງກໍມີອັນອື່ນໆ ທີ່ເປັນເຂື່ອນຂັ້ນກາງແລະນ້ອຍນຳ ແລະເຂື່ອນໃນ ສປປລາວ ຫຼາຍອັນ ແຕກພັງມາແລ້ວ ທີ່ຮ້າຍແຮງສຸດແມ່ນຝາເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຈົນວ່າຈິບຫາຍນາໆສິ່ງນາໆຢ່າງແລະນາໆຊີວິດແລະຈິດໃຈ. ໃນຫວ່າງນຶ່ງນີ້ເຂື່ອນນ້ຳອູ 1 ຕືນຈະປ່ອຍນ້ຳຍ້ອນຟ້າຝົນຕົກນັກໃນ ພາກເໜືອ ສປປລາວ.

  • ແດນຕາ ຈັບແໜ້ນໃນ ສປປລາວ

    30/07/2021 Duração: 06min

    ສປປລາວ ຍັງເປັນແຫ່ງໃນທີ່ຖືໄດ້ວ່າມີຄົນເປັນ ໂຄວິດ-19 ໜ້ອຍຢູ່. ແຕ່ນີ້ມີແນວໂນ້ມທີ່ເປັນຄ້າຍກັບວ່າຄົງບໍ່ເປັນດັ່ງນັ້ນອິກແລ້ວແລະກະ ທັ້ງທີ່ມີຫຼາຍປະເທດເອົາຢາວັກຊີນກັນ ໂຄວິດ-19 ມາໃຫ້ຟຼີໆຫຼາຍແທ້ໆ ກໍຕາມ. ໃນຫວ່າງບໍ່ນານແລ້ວຈຳນວນຄົນເປັນ ໂຄວິດ-19 ໃໜ໋ໃນລາວສຳ ຮັບແຕ່ຣະມື້ມີເຖິງມາກມາຍທີ່ສຸດເຖິງ 254 ຄົນ ແລະຈຳນວນຄົນຕາຍ ກໍມີຫຼາຍຂຶ້ນໄປນຳ.

  • ຈັ່ງວັດໜອງຄາຍຕຽມໂຕໃສ່ຣົດໄຟຄວາມໄວສູງຈີນ-ລາວ.

    30/07/2021 Duração: 05min

    ໃນອີກບໍ່ເທົາໃດໂຄງການຣົດໄຟຄວາມໄວສູງຈີນ-ລາວກໍຈະເປີດຂຶ້ນເປັນທາງການແລ້ວ. ນັ້ນຈະມີພະລັງວັງຊາມາກມາຍຕໍ່ຊີວິດຊີວາແລະເສຖກິດຂອງຈັ່ງວັດໜອງຄາຍ. ດ້ວຍເຫດນີ້ເອງໜອງຄາຍກຳລັງຕຽມເນື້ອຕຽມໂຕໃສ່່ໂຄງການຣົດໄຟນັ້ນຢູ່.

  • ນາຍົກ ສປປລາວ ຮຽກຮ້ອງໃຫ້ແຮງງານລາວຈົ່ງກັບບ້ານຢ່າງຖຶກຕ້ອງ

    30/07/2021 Duração: 06min

    ໃນໄທຍ໌ມີແຮງງານລາວນັບເປັນຫຼາຍແສນຄັນບໍ່ວ່າເປັນລ້ານ. ພວກດັ່ງກ່າວປະກອບດ້ວຍພວກທີ່ຖຶກຕ້ອງຕາມກົດໜາຍແລະຜິດກົດໜາຽ. ໂຄວິດ-19 ໃນໄທຍ໌ດັນໃຫ້ພວກຂະເຈົ້າຕ້ອງກັບສູ່ບ້ານໃນ ສປປລາວ ໂດຍນາໆ ວິທີການ. ນີ້ພາໃຫ້ທາງການລາວມີບັນຫາໜັກຢູ່ ຈົນນາຍົກປະໂລອອກມາສົ່ງສຽງດັງກ້ອງ ຂໍໃຫ້ທຸກໆຄົນນັ້ນຈົ່ງກັບບ້ານຢ່າງຖຶກຕ້ອງຕາມກົດໜາຍ.

  • ສປປລາວ ຕໍ່ລ໋ອກດາວອອກຮອດ 3 ສິງຫາ 2021.

    30/07/2021 Duração: 08min

    ສປປລາວ ລ໋ອກດາວມາແລ້ວດົນນານເຕີບແຕ່ບັດນີ້ສຳຜັດຕໍ່ລ໋ອກດາວ ຄັ້ງຫຼ້າສຸດອອກເິຖງ ໂ ສິງຫາ 2021. ນີ້ບອກໃຫ້ຮູ້ວ່າສະຖານະການນະພາບ ໂຄວິດ-19 ໃນລາວລາວຍັງບໍ່ປົກ ກະຕິໄດ້ເທື່ອ.

  • ອັບເດດ ໂຄວິດ-19​ : ມີຄົນເປັນ ໂຄວິດ-19 ຫຼາຍເປັນປະຫວັດການແລະມີການຕ້ອງຫ້າມເຄັ່ງຄັດກ່ວາ

    29/07/2021 Duração: 04min

    ນີ້ແມ່ນບົດອ່ານກ່ຽວກັບການປັບໃຫ້ທັນການກ່ຽວັກບ ໂຄວິດ-19 ສຳຮັບ 29 ກໍຣະກະດາ 2021. ສຳຮັບລາຍຣະອຽດໃຫ້ເຂົ້າເບິງເຣື່ອງໃນຫົວຂໍອັນດຽວກັນຂອງໃນນີ້ ເພື່ອຄົ້ນຫາສິ່ງທີ່ຢາກຮູ້ຕື່ມ.

  • ໂຄໂຣນາໄວຣັສຈະບໍ່ຢຸດຍັ້ງການສຳຫຼວດສັມໂນຄົວ 2021 ໄດ້.

    29/07/2021 Duração: 06min

    ການສຳຫຼວດສັມໂນຄົວອອສເຕຼເລັຍສົກປີ 2021 ກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ເມື່ອທີ່ ໂຄວິດ-19 ອາຣະວາດເຂດແດນຕ່າງໆຂອງແຜ່ນດິນອອສເຕຼເລັຍຢູ່ ແຕ່ມັນຈະບໍ່ເຮັດໃຫ້ແຜນການການສຳຫຼວດນັ້ນລ້າຊ້າລົງຫຼືຖຶກຢຸດຢັ້ງໄວ້ໄດ້. ຫ້ອງການສະຕິທິອອສເຕຼເລັຍເວົ້າວ່າຕົນມີຄວາມໜັ້ນໃຈວ່າຕົນມີວິທີການ ອັນຖຶກຕ້ອງໄວ້ແລ້ວເພື່ອຈະກະທຳການສຳຫຼວດສັມໂນຄົວອອສເຕຼເລັຍທີ່ ໃຫຍ່ໂຕທີ່ສຸດກະທັ້ງທີ່ມີ ໂຄວິດ-19 ຣະບາດຢູ່ແລະມີລ໋ອກດາວຕ່າງຢູ່ກໍຕາມ.

  • ນີວຊາວແວນລ໌ພິຈາຣະນາວ່າການທີ່ ໂຄວິດ-19 ແຜ່ທະວິຂຶ້ນ ເປັນເຫດການ "ສຸກເສີນແຫ່ງຊາດ".

    29/07/2021 Duração: 10min

    ເຖິງປັດຈຸບັນນີ້ ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ມາກມາຍທີ່ສຸດ ໂດຍມີລາຍນຶ່ງຕາຍຍ້ອນ. ບັດນີ້ນີວຊາວແວນລ໌ພິຈາຣະນາວ່າວິກິດທີ່ທະວີຂຶ້ນນັ້ນເປັນເຫດການ "ສຸກເສີນແຫ່ງຊາດ" ແລະຮຽກຮ້ອງໃຫ້ເອົາຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ຫຼາຍຕື່ມ ໃຫ້ຕົນໂດຍຮີບດ່ວນ.

  • ຂ່າວສຳຮັບຣະຍະ 26 ກໍຣະກະດາ 2021.

    29/07/2021 Duração: 07min

    ຂ່າວຄາວທີ່ເປັນທີ່ສົນໃຈໃນຣະຍະ 26-5-21 ມີອັນໃດແດ່?

  • ເປັນຫຍັງ ແຟ່ຟຽນດ໌ ຖຶກກະທົບຢ່າງແຮງໂດຍ ໂຄວິດ-19?

    29/07/2021 Duração: 05min

    ເທດສະບານ ແຟ່ຟຽນດ໌ ກັບກາຍເປັນທີ່ຖຶກໂຈະໂຈງໃສ່ຍ້ອນວິກິດ ການແຜ່ຣະບາດຄັ້ງຫຼ້າສຸດຂອງ ໂຄວິດ-19 ໃນຂົງແຄ້ວນຊິດນີ. ນັ້ນແມ່ຍ້ອນສາເຫດແນວໃດທີປະປ່ອຍໃຫ້ພະຍາດດັ່ງກ່າວຢຶດໜັ້ນ ຢູ່ຂົງເຂດແຟ່ຟຽນດ໌ໄດ້?

  • ແຮງງານຮູ້ສຶກຖຶກແຕະຕ້ອງໂດຍໂຄໂຣນາໄວຣັສ

    29/07/2021 Duração: 04min

    ການຂົນຂວາຍໃໜ່ອັນນຶ່ງເຫັນວ່າພະນັງງານທັງຫຼາຍຮູ້ສຶກເຖິງຜົນສະທ້ອນ ໃນດ້ານປະສາດຂອງວິກິດ ໂຄວິດ-19 ອັນມີດ້ວຍຄວາມເຄັ່ງຕຶງກ່ຽວກັບ ການກັບຄືນໄປເຣັດວຽກໃນບ່ອນເຮັດວຽກເຮັດການ. ແຕກໍຮູ້ວ່າຫຼາຍຄົນມີຄວາມຫ່ວງໄຍກັບຜົນສະທ້ອນຂອງການກັບໄປເຮັດວຽກ ໃນບ່ອນເຣັດການຈະກະທົບກະແທກຊີວິດໃນບ້ານເຮືອນຂອງພວກຂະເຈົ້າດ້ວຍ.

  • ຄວາມຮູ້ສຶກຂອງຄີວນສ໌ແດນດ໌ກ່ຽວກັບການໄດ້ເປັນເຈົ້າພາບຈັດ ໂອແລມປິກ 2032.

    29/07/2021 Duração: 06min

    ນະຄອນບິສເບນ, ຄີວນສ໌ແລນດ໌,ອອສເຕຼເລັຍໄດ້ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອແລມປິກປີ 2032 ແລ້ວ. ນັ້ນເປັນຄັ້ງທີສາມທີ່ອອສເຕຼເລັຍໄດ້ຈັດກິຈກັມດັ່ງກ່າວແລະຖຶກກະ ຕວງວ່າມັນຈະເປັນການກະຕຸກກະຕຸ້ນໃຫ້ສູງຂຶ້ນເສຖກິດອອສເຕຼເລັຍ ແລະຄີວນສ໌ແລນດ໌ທີ່ມີຄວາມເສັຍໜັກຈາກວິກິດ ໂຄວິດ-19.

  • ຂ່າວສຳຮັບຣະຍະ 24 ກໍຣະກະດາ 2021

    29/07/2021 Duração: 14min

    ໃນຣະຍະວັນທີ ຟ24 ກໍຣະກະດາ 2021 ມີຂ່າວຄາວຫຍັງແດເປັນທີ່ສົນໃຈ ທີ່ຄວນຊາບ? ຢ່າພາດກໍແລ້ວກັນ.

  • ຕຳຣວດນີວຊາວແວນລ໌ຕ້ອງການການຊ່ວຍເຫຼືອຈາກຊຸມຊົນ ແຟ່ຟຽນ ເພື່ອຢຸດຢັ້ງ ແດນຕາ

    28/07/2021 Duração: 15min

    ຂົງເຂດ ແຟ່ຟຽນ ຖຶກລ໋ອກດາວຢາງເຄັ່ງຄັດຍ້ອນວິກິດ ແດນຕາ ແຜ່ຣະບາດ. ແຟ່ຟຽນ ເປັນເຂດແດນນຶ່ງທີ່ມີຄົນເລືອດລາວຢູ່ກິນແລະເຮັດວຽກເຮັດການຫຼື ຜ່າຜ່ານໄປມາ. ໃນການພະຍາຍາມຢຸດຢັ້ງການແຜ່ຣະບາດນັ້ນສະມາຄົມສົ່ງເສີມຊຸມຊົນລາວແລະ ອື່ນໆຈຳນວນນຶ່ງຖຶກຮຽກໄປຮ່ວມປະຊຸມກັບຕຳຣວດນີວຊາວແວນລ໌ເພາະຕຳຣວດ ນັ້ນຕ້ອງການການຊ່ວຍເຫຼືອຈາກຊຸມຊົນນັ້ນ. ຄວາມຊ່ວຍເຫຼືອທີ່ຕ້ອງການນັ້ນມີຫຍັງແແດ? ສຳພາດທ່ານ ບຸນທັມ ວົງໄຍຍາ, ປະທານ ສະມາຄົມ ສສຊລ.

  • ອັບເດດ ໂຄວິດ-19 : ຂົງແຄ້ວນຊິດນີລ໋ອກດາວຕໍ່ສີ່ສັບປະດາ

    28/07/2021 Duração: 04min

    ຊິດນີຍັງຢູ່ໃນວິກິດ ໂຄວິດ-19 ດແນຕາ ຢູ່ຕໍ່ໄປ. ນີ້ພາໃຫ້ຂົງແຄ້ວນຊິດນີຈຳຕ້ອງຖຶກລ໋ອກດາວຕໍ່ອີກຈົນຮອດ 28 ສິງຫາ 2021. ໃນຣັດອື່ນນັ້ນປະກົດວ່າໄຄແດແຕ່ກໍມີບັນຫາກັບໂຄໂຣນາໄວຣັສຢູ່.

  • ອັບເດດ ໂຄວິດ-19 : ຊິດນີເປີດໃໜ່ ຄຼີນິກຍ່າງເຂົ້າ ເພື່ອສັກຢາວັກຊີນ

    27/07/2021 Duração: 04min

    ມີຫຍັງແດ່ເປັນໜ້າຄວນຮູ້ແລະຊາບກ່ຽວກັບ ໂຄວິ-19 ຂອງຫວ່າງນຶ່ງນີ້? ຮູ້ບໍ່ວ່າຊິດນີເປີນຂຶ້ນໃໜ່ແລ້ວ ບ່ອນຍ່າງເຂົ້າໄປສັກຢາວັກຊີນ ໂຄວິດ-19?

página 25 de 31