Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ຄວາມສ່ຽງຈາກໄຟໄໝ້ໃກ້ໂຕເມືອງ.
15/01/2026 Duração: 07minຜູ້ຄົນເກືອບເຈັດລ້ານຄົນ ທີ່ອາສັຍຢູ່ໃກ້ເມືອງຫລວງ ຂອງອອສເຕຣເລັຍ ກໍຕົກຢູ່ໃນອັນຕະຣາຍຈາກໄຟໄຫມ້ໃນເມືອງ ທີ່ຄ້າຍຄືກັນກັບທີ່ໄດ້ເຫັນ ໃນເມືອງ Los Angeles ເມື່ອປີກາຍນີ້. ນີ້ແມ່ນ ຄໍາເຕືອນ ໂດຍອະດີດຫົວຫນ້າດັບເພີງອອສເຕຣເລັຍ ແລະສະພາສະພາບພູມອາກາດ ມີຂຶ້ນໃນຂນະທີ່ ປະເທດນີ້ກໍາລັງຮ້ອນອົບເອົ້າ ໃນຄື້ນຄວາມຮ້ອນ ທີ່ຮ້າຍແຮງທີ່ສຸດ ໃນຮອບຫຼາຍປີທີ່ຜ່ານມາ.
-
ແທັກຊີອາກາດໄຟຟ້າ ໃນອະນາຄົດ
15/01/2026 Duração: 07minບໍຣິສັດ ໃນປະເທດອັງກິດ ໄດ້ເປີດໂຕແທັກຊີອາກາດໄຟຟ້າ (Electric Air Taxi) ແບບໃຫມ່, ແລະສັນຍາວ່າ ຈະນໍາການຂົນສົ່ງທາງອາກາດ ໃນເມືອງ ມາສູ່ຄົນທົ່ວໄປ. ມັນເປັນກ້າວໃໝ່ ທີ່ກໍາລັງເຕີບໂຕທົ່ວໂລກ, ຊຶ່ງອົງການຄວບຄຸມການບິນ ອອສເຕຣເລັຍ ກໍາລັງວາງແຜນຢູ່ແລ້ວ. ແຕ່ກໍຍັງມີ ຄວາມທ້າທາຍຫລາຍຢ່າງ ທີ່ຍັງລໍຢູ່ຂ້າງຫນ້າ.
-
ການຮຽກຮ້ອງໃຫ້ຈັດຕັ້ງຄນະກັມມາທິການ Royal Commission
15/01/2026 Duração: 05minໃນມື້ສົ່ງສະການຄັ້ງສຸດທ້າຍ ສໍາລັບຜູ້ເຄາະຮ້າຍ ຈາກການໂຈມຕີ ຜູ້ກໍ່ການຮ້າຍໃນ Bondi, ຜູ້ນໍາຝ່າຍຄ້ານ Sussan Ley ກໍາລັງເພີ່ມຄວາມກົດດັນ ຕໍ່ຣັດຖະບານ ເພື່ອຈັດຕັ້ງຄນະກັມມາທິການ Commonwealth Royal Commission. ໃນຂນະທີ່ຄວາມເປັນໄປໄດ້ ຂອງຄນະກັມມາທິການ Commonwealth Royal Commission ກໍາລັງໃກ້ເຂົ້າມາຫລາຍຂຶ້ນ, ພັກ Labor ຍັງບໍ່ໄດ້ເປີດເຜີຍ ເງື່ອນໄຂຂອງການອ້າງອີງ ທີ່ຕ້ອງການໃດໆ.
-
ການປະຊຸມ AUKUS ທີ່ Pentagon.
15/01/2026 Duração: 07minAUKUS ຖືກກໍ່ຕັ້ງຂຶ້ນ ໃນປີ 2021 ເພື່ອເຮັດໃຫ້ຄວາມຮ່ວມມື ອັນເລິກເຊິ່ງ ໃນດ້ານຄວາມປອດພັຍ ແລະການປ້ອງກັນປະເທດ, ໂດຍເນັ້ນໜັກ ໃສ່ການຊ່ວຍເຫລືອອອສເຕຣເລັຍ ໃຫ້ມີເຮືອມຸດນ້ຳ ທີ່ມີພະລັງງານນິວເຄລັຍ ແລະພັດທະນາເທັກໂນໂລຈີ ທາງທະຫານທີ່ກ້າວຫນ້າ. ການປະຊຸມໃນວັນພຸດ ລະຫວ່າງຣັດຖະມົນຕີສາມຄົນ ໄດ້ສະແດງໃຫ້ເຫັນການປ່ຽນແປງທີ່ອັນສຳຄັນ ໄປສູ່ການສົ່ງມອບ ສໍາລັບການພັດທະນາເຮືອມຸດນ້ຳ. ສົນທິສັນຍາ AUKUS ມີມູນຄ່າ 368 ພັນລ້ານໂດລາ.
-
ການເມືອງອອສເຕຣເລັຍ ໃນປີ 2025 ພາກ 2
08/01/2026 Duração: 11minສລຸບເຫດການທາງການເມືອງຂອງ ອອສເຕຣເລັຍໃນປີ 2025 ພາກ 2
-
ການເມືອງອອສເຕຣເລັຍ ໃນປີ 2025 ພາກ 1
08/01/2026 Duração: 14minສລຸບເຫດການທາງການເມືອງຂອງ ອອສເຕຣເລັຍໃນປີ 2025 ພາກ 1
-
ທົບທວນເຫດການສຳຄັນທົ່ວໂລກປີ 2025 EP 2
07/01/2026 Duração: 10minປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.
-
ທົບທວນເຫດການສຳຄັນທົ່ວໂລກປີ 2025 ຕອນ 1
07/01/2026 Duração: 09minປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.
-
ປະຕິກິຣິຍາຈາກທົ່ວໂລກກ່ຽວກັບ ການຊຸ່ມຍິງທີ່ Bondi
18/12/2025 Duração: 10minຜູ້ນຳຈາກທົ່ວໂລກໄດ້ສະແດງຄວາມໄວ້ອາລັຍຕໍ່ຜູ້ເສັຍຊີວິດ ແລະບາດເຈັບຈາກການຊຸ່ມຍິງທີ່ Bondi ໃນເທສການ Hannukah ຊຶ່ງແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາ Judaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ. ທ່າມກາງຄື້ນຂອງການຕໍ່ຕ້ານຊາວຢິວໄດ້ຮຸນແຮງຂຶ້ນເລື້ອຍໆ.
-
ຄຳສັ່ງຫ້າມເດັກອາຍຸຕ່ຳກວ່າ 16 ປີໃນການໃຊ້ສື່ສານມວນຊົນ
18/12/2025 Duração: 12minຕັ້ງແຕ່ວັນພຸດໜ້າ (20 ທັນວາ), ອອສເຕຣເລັຍຈະກາຍເປັນປະເທດທໍາອິດໃນໂລກ ທີ່ຈະສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ບໍ່ໃຫ້ມີບັນຊີສື່ສານມວນຊົນ, ບັງຄັບໃຫ້ບໍຣິສັດໃຫຍ່ ປະຕິບັດຕາມກົດຫມາຍ ຫລືຕ້ອງປະເຊີນກັບການຖືກປັບໃໝ ສູງເຖິງ 50 ລ້ານໂດລາ. ຣັດຖະບານຂອງ ກ່າວວ່າ ການເຄື່ອນໄຫວນັ້ນ ຈະປົກປ້ອງຄົນຫນຸ່ມຈາກ Algorithm ທີ່ເປັນອັນຕະຣາຍ ແລະຜົນກະທົບທາງລົບຕໍ່ສຸຂະພາບຈິດ. ພໍ່ແມ່ຫລາຍຄົນ ສນັບສນູນການປ່ຽນແປງ, ໃນຂນະທີ່ນັກວິຈານ ເຕືອນວ່າ ຄົນໄວລຸ້ນທີ່ຮູ້ຈັກເລື່ອງເທັກໂນໂລຈີ ອາດຈະມີວິທີ ຫຼີກລ້ຽງຈາກມາດຕະການນັ້ນ.
-
ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ.
18/12/2025 Duração: 06minມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.
-
How to plan for your child’s financial future in Australia - ວາງແຜນອະນາຄົດດ້ານການເງິນຂອງລູກທ່ານ ໃນອອສເຕຣເລັຍ ແນວໃດ?
18/12/2025 Duração: 12minFinancial planning can feel stressful for any parent. When it comes to saving for your child’s future, knowing your options helps make informed decisions. And teaching your kid healthy money habits can be part of the process. - ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູກຂອງທ່ານ ໃຫ້ຮູ້ເຖິງນິສັຍເລື່ອງການເງິນທີ່ດີ ສາມາດເປັນສ່ວນຫນຶ່ງຂອງຂັ້ນຕອນນັ້ນ.
-
ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ.
11/12/2025 Duração: 05minການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.
-
ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ
05/12/2025 Duração: 10minໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.
-
ການຮຸກຮານ Venezuela ຂອງອາເມຣິກາ.
05/12/2025 Duração: 13minສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.
-
ການກຽມຮັບມືກັບລະດູໄຟປ່າ.
05/12/2025 Duração: 05minອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.
-
ເຈຣະຈາສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine
05/12/2025 Duração: 08minDonald Trump ຂອງສະຫະຣັດອາເມຣິກາ ອ້າງວ່າຂໍ້ຕົກລົງສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine ໃກ້ເຂົ້າມາແລ້ວ, ໃນຂນະທີ່ Volodymyr Zelenskyy ໄດ້ຕົກລົງ ໃນຫລັກການ ກັບໂຄງຮ່າງສັນຕິພາບໃຫມ່ ທີ່ສເນີໂດຍສະຫະຣັດອາເມຣິກາ. ປະທານາທິບໍດີ Ukraine ຍັງລະມັດລະວັງ ທີ່ຈະຖືກບັງຄັບໃຫ້ຮັບເອົາຂໍ້ຕົກລົງ ຕາມເງື່ອນໄຂຂອງຣັສເຊັຍ, ໃນຂນະທີ່ຊາວUkraine ເບິ່ງຄືວ່າ ບໍ່ເຕັມໃຈທີ່ຈະເຮັດຕາມຂໍ້ຮຽກຮ້ອງຂອງຣັສເຊັຍ ແລະມີຄວາມເປັນຫ່ວງ ສໍາລັບການໃຫ້ຣັສເຊັຍໄດ້ປຽບຢ່າງຫຼາຍ ໂດຍການຮຽກຮ້ອງໃຫ້ Ukraine ຍອມ ສລະ ດິນແດນ ແລະຫ້າມບໍ່ໃຫ້ເຂົ້າຮ່ວມ NATO.
-
'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຫຍັງ?
27/11/2025 Duração: 08min'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຄຳເອີ້ນຂີດຈຳກັດຂອງຄວາມສຳເລັດຂອງຄົນເອເຊັຍ. ມີພຽງແຕ່ຫ້າຄົນ ທີ່ມີພື້ນຖານຈາກເອເຊັຍເທົ່ານັ້ນ ທີ່ຢູ່ໃນຕໍາແຫນ່ງຜູ້ນໍາຂອງ ASX100 ແເພດານນີ້ກຳລັງຈະຖືກທຳລາຍລົງເທື່ອລະນ້ອຍໃນອອສເຕຣເລັຍ.
-
ງົບປະມານສາທາຣະນະສຸກໃນອອສເຕຣເລັຍ.
27/11/2025 Duração: 06minນາຍົກຣັດຖະມົນຕີຂອງຣັດ ໄດ້ມາເຕົ້າໂຮມກັນ ໃນການປະຊຸມສຸກເສີນ, ເນື່ອງຈາກຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບການບັນລຸຂໍ້ຕົກລົງ ເລື່ອງງົບປະມານຂອງໂຮງຫມໍຂອງຣັດ ກັບຣັດຖະບານກາງ. ລາຍງານຈາກສະຖາບັນ Grattan ພົບວ່າຢ່າງໜ້ອຍມີປະມານ 1.2 ພັນລ້ານໂດລາຕໍ່ປີ ໃນລະບົບທີ່ບໍ່ກ່ຽວກັບການຊ່ອຍເຫລືອຄົນໄຂ້ ແລະສາມາດນຳມາໃຊ້ຈ່າຍໃນທາງທີດີກວ່າ.
-
ຄວາມສາມາດ ໃນການຈ່າຍຄ່າເຊົ່າ
27/11/2025 Duração: 08minດັດຊະນີ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ (Rental Affordability Index) ຫຼ້າສຸດຂອງ National Shelter ສະແດງໃຫ້ເຫັນວ່າ ຄວາມກົດດັນນີ້ ກໍາລັງເກີດຂຶ້ນທົ່ວປະເທດ. ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຫມັ້ນຄົງ, ແຕ່ຄວາມກົດດັນດ້ານການເຊົ່າເຮືອນ ຍັງບໍ່ປ່ຽນແປງທົ່ວອອສເຕຣເລັຍ. ໃນຫລາຍເມືອງຫລວງ, ຄອບຄົວຍັງຕ້ອງໃຊ້ຈ່າຍເກືອບຫນຶ່ງສ່ວນສາມ ຂອງລາຍໄດ້ຂອງເຂົາເຈົ້າ ພຽງແຕ່ເພື່ອໃຫ້ມີຫລັງຄາ ຢູ່ເທິງຫົວຂອງເຂົາເຈົ້າ.