Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ນີວຊາວແວນລ໌ພິຈາຣະນາວ່າການທີ່ ໂຄວິດ-19 ແຜ່ທະວິຂຶ້ນ ເປັນເຫດການ "ສຸກເສີນແຫ່ງຊາດ".
29/07/2021 Duração: 10minເຖິງປັດຈຸບັນນີ້ ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ມາກມາຍທີ່ສຸດ ໂດຍມີລາຍນຶ່ງຕາຍຍ້ອນ. ບັດນີ້ນີວຊາວແວນລ໌ພິຈາຣະນາວ່າວິກິດທີ່ທະວີຂຶ້ນນັ້ນເປັນເຫດການ "ສຸກເສີນແຫ່ງຊາດ" ແລະຮຽກຮ້ອງໃຫ້ເອົາຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ຫຼາຍຕື່ມ ໃຫ້ຕົນໂດຍຮີບດ່ວນ.
-
ຂ່າວສຳຮັບຣະຍະ 26 ກໍຣະກະດາ 2021.
29/07/2021 Duração: 07minຂ່າວຄາວທີ່ເປັນທີ່ສົນໃຈໃນຣະຍະ 26-5-21 ມີອັນໃດແດ່?
-
ເປັນຫຍັງ ແຟ່ຟຽນດ໌ ຖຶກກະທົບຢ່າງແຮງໂດຍ ໂຄວິດ-19?
29/07/2021 Duração: 05minເທດສະບານ ແຟ່ຟຽນດ໌ ກັບກາຍເປັນທີ່ຖຶກໂຈະໂຈງໃສ່ຍ້ອນວິກິດ ການແຜ່ຣະບາດຄັ້ງຫຼ້າສຸດຂອງ ໂຄວິດ-19 ໃນຂົງແຄ້ວນຊິດນີ. ນັ້ນແມ່ຍ້ອນສາເຫດແນວໃດທີປະປ່ອຍໃຫ້ພະຍາດດັ່ງກ່າວຢຶດໜັ້ນ ຢູ່ຂົງເຂດແຟ່ຟຽນດ໌ໄດ້?
-
ແຮງງານຮູ້ສຶກຖຶກແຕະຕ້ອງໂດຍໂຄໂຣນາໄວຣັສ
29/07/2021 Duração: 04minການຂົນຂວາຍໃໜ່ອັນນຶ່ງເຫັນວ່າພະນັງງານທັງຫຼາຍຮູ້ສຶກເຖິງຜົນສະທ້ອນ ໃນດ້ານປະສາດຂອງວິກິດ ໂຄວິດ-19 ອັນມີດ້ວຍຄວາມເຄັ່ງຕຶງກ່ຽວກັບ ການກັບຄືນໄປເຣັດວຽກໃນບ່ອນເຮັດວຽກເຮັດການ. ແຕກໍຮູ້ວ່າຫຼາຍຄົນມີຄວາມຫ່ວງໄຍກັບຜົນສະທ້ອນຂອງການກັບໄປເຮັດວຽກ ໃນບ່ອນເຣັດການຈະກະທົບກະແທກຊີວິດໃນບ້ານເຮືອນຂອງພວກຂະເຈົ້າດ້ວຍ.
-
ຄວາມຮູ້ສຶກຂອງຄີວນສ໌ແດນດ໌ກ່ຽວກັບການໄດ້ເປັນເຈົ້າພາບຈັດ ໂອແລມປິກ 2032.
29/07/2021 Duração: 06minນະຄອນບິສເບນ, ຄີວນສ໌ແລນດ໌,ອອສເຕຼເລັຍໄດ້ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອແລມປິກປີ 2032 ແລ້ວ. ນັ້ນເປັນຄັ້ງທີສາມທີ່ອອສເຕຼເລັຍໄດ້ຈັດກິຈກັມດັ່ງກ່າວແລະຖຶກກະ ຕວງວ່າມັນຈະເປັນການກະຕຸກກະຕຸ້ນໃຫ້ສູງຂຶ້ນເສຖກິດອອສເຕຼເລັຍ ແລະຄີວນສ໌ແລນດ໌ທີ່ມີຄວາມເສັຍໜັກຈາກວິກິດ ໂຄວິດ-19.
-
ຂ່າວສຳຮັບຣະຍະ 24 ກໍຣະກະດາ 2021
29/07/2021 Duração: 14minໃນຣະຍະວັນທີ ຟ24 ກໍຣະກະດາ 2021 ມີຂ່າວຄາວຫຍັງແດເປັນທີ່ສົນໃຈ ທີ່ຄວນຊາບ? ຢ່າພາດກໍແລ້ວກັນ.
-
ຕຳຣວດນີວຊາວແວນລ໌ຕ້ອງການການຊ່ວຍເຫຼືອຈາກຊຸມຊົນ ແຟ່ຟຽນ ເພື່ອຢຸດຢັ້ງ ແດນຕາ
28/07/2021 Duração: 15minຂົງເຂດ ແຟ່ຟຽນ ຖຶກລ໋ອກດາວຢາງເຄັ່ງຄັດຍ້ອນວິກິດ ແດນຕາ ແຜ່ຣະບາດ. ແຟ່ຟຽນ ເປັນເຂດແດນນຶ່ງທີ່ມີຄົນເລືອດລາວຢູ່ກິນແລະເຮັດວຽກເຮັດການຫຼື ຜ່າຜ່ານໄປມາ. ໃນການພະຍາຍາມຢຸດຢັ້ງການແຜ່ຣະບາດນັ້ນສະມາຄົມສົ່ງເສີມຊຸມຊົນລາວແລະ ອື່ນໆຈຳນວນນຶ່ງຖຶກຮຽກໄປຮ່ວມປະຊຸມກັບຕຳຣວດນີວຊາວແວນລ໌ເພາະຕຳຣວດ ນັ້ນຕ້ອງການການຊ່ວຍເຫຼືອຈາກຊຸມຊົນນັ້ນ. ຄວາມຊ່ວຍເຫຼືອທີ່ຕ້ອງການນັ້ນມີຫຍັງແແດ? ສຳພາດທ່ານ ບຸນທັມ ວົງໄຍຍາ, ປະທານ ສະມາຄົມ ສສຊລ.
-
ອັບເດດ ໂຄວິດ-19 : ຂົງແຄ້ວນຊິດນີລ໋ອກດາວຕໍ່ສີ່ສັບປະດາ
28/07/2021 Duração: 04minຊິດນີຍັງຢູ່ໃນວິກິດ ໂຄວິດ-19 ດແນຕາ ຢູ່ຕໍ່ໄປ. ນີ້ພາໃຫ້ຂົງແຄ້ວນຊິດນີຈຳຕ້ອງຖຶກລ໋ອກດາວຕໍ່ອີກຈົນຮອດ 28 ສິງຫາ 2021. ໃນຣັດອື່ນນັ້ນປະກົດວ່າໄຄແດແຕ່ກໍມີບັນຫາກັບໂຄໂຣນາໄວຣັສຢູ່.
-
ອັບເດດ ໂຄວິດ-19 : ຊິດນີເປີດໃໜ່ ຄຼີນິກຍ່າງເຂົ້າ ເພື່ອສັກຢາວັກຊີນ
27/07/2021 Duração: 04minມີຫຍັງແດ່ເປັນໜ້າຄວນຮູ້ແລະຊາບກ່ຽວກັບ ໂຄວິ-19 ຂອງຫວ່າງນຶ່ງນີ້? ຮູ້ບໍ່ວ່າຊິດນີເປີນຂຶ້ນໃໜ່ແລ້ວ ບ່ອນຍ່າງເຂົ້າໄປສັກຢາວັກຊີນ ໂຄວິດ-19?
-
ຢາວັກຊີນ ໂຄວິດ-19 ຈອນຊັນ ແອນ ຈອນຊັນ ຮອດ ສປປລ ແລ້ວ.
27/07/2021 Duração: 08minເກືອບຕະຫຼອດມາ ສປປລ ໄດ້ຮັບຢາວັກຊີນ ໂຄວິດ-19 ຈາກຊາໆຊາດ ແລະ ໂຄແວກສ໌ ມາກມາຍມາແລ້ວ ແຕ່ບັດນີ້ ຢາດັ່ງກ່າວຍີ່ຫໍ້ ຈອນຊັນ ແອນ ຈອນຊັນ ກໍໄປຮອດແຜ່ນດິນລາວແລ້ວ. ຢານັ້ນມີຫຼາຍກ່ວານຶ່ງລ້ານໂດສ໌ ທີ່ເປັນການຊ່ວຍເຫຼືອຂອງສະຫະຣັດອະ ເມຣິກາຜ່ານ ໂຄແວກສ໌.
-
ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຫວ່າງນຶ່ງນີ້
26/07/2021 Duração: 04minໂຄວິດ-19 ໜູນປ່ຽນໄປຢູ່ຕະຫຼອດແລະຂ່າວຄາວຂໍ້ມູນກ່ຽວກັບມັນ ແລະເຫດການຂອງມັນກໍຝິນໄປເລື້ອຍໆ. ທ່ານຮູ້ທັນການກັບເຣື່ອງລາວ ໂຄວິດ-19 ໃນອອສເຕຼເລັຍບໍ່? ໃນນີ້ແມານອັບເດດກ່ຽວກັບ ໂຄວິດ-19 ໃນຄາວຫຼ້າສຸດ !
-
ອັບເດດ ໂຄວິດ-19 ສຳຮັບ 25 ກໍຣະກະດາ 2021
25/07/2021 Duração: 04minນີ້ແມ່ນບົດອ່ານການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍ. ສຳຮັຍບົດຂຽນທີ່ຣະອຽດກ່ວາໃຫ້ເຂົ້າເບິ່ງຫົວຂໍ້ເຣື່ອງດຽວກັນແລ້ວກົດເບິ່ງແລະ ຄົ້ນຫາສິ່ງທີ່ທ່ານຢາກຮູ້. ມັນສຳຄັນທີ່ຈະຮູ້ທັນການກ່ຽວກັບ ໂຄໂຣນາໄວຣັສ.
-
ອັບເດດກ່ຽວກັບ ໂຄວິດ-19 : ກໍຣະນີເປັນ ໂຄວິດ ໃນນີວຊາວແວນລ໌ທະວີຂຶ້ນ, ເຊົາທ໌ອອສເຕຼເລັຍເດີນໄປຕາມເສັ້ນທາງເພື່ອຍຸຕິລ໋ອກດາວ
24/07/2021 Duração: 04minໃນນີ້ແມ່ນເພື່ອຟັງອັບເດດກ່ຽວກັບ ໂຄວິດ-19 ສຳຮັບຮວດ 24 ກໍຣະກະດາ 2021. ໃນນັ້ນມີຫຼາຍສິ່ງຫຼາຍຢ່າງທີ່ເປັນໂຫຍດ ແຕ່ດີກ່ວານັ້ນໃຫ້ເຂົ້າອ່ານເບິ່ງໃນຫົວຂໍ້ດຽວກັບ ທີ່ແວບໄຊຕ໌ພາກລາຍການພາສາລາວນີ້ທີ່ທ່ານຈະກົດອ່ານແລະຄົ້ນຫາໄດ້ຕື່ມມາກມາຍ.
-
ອັບເດ ກ່ຽວກັບ ໂຄວິດ-19 ນີວຊາວແວນລ໌ປະດາດ "ແຜນການສຸກເສີນແຫ່ງຊາດ"
23/07/2021 Duração: 04minບົດອ່ານອັບເດດກ່ຽວກັບໂຄວິດ-19 ສຳຮັບ 23-7-21.
-
ອັບເດດ ໂຄວິດ-19 ຮວດ 22 ກໍຣະກະດາ 2021
22/07/2021 Duração: 03minອັບເດດແຕ່ລະຄັ້ງລະຮວດກ່ຽວກັບ ໂຄວິດ-19 ໃຫ້ຂໍມູນ ຄວາມແນະນຳ ແລະຫຼາຍສິ່ງຫຼາຍຢ່າງທີສຳຄັນແທ້ແລະທັນການ. ກະຣຸນາຢ່າພາດມັນ !
-
ສານ ສປປລວ ລົງໂທດສາຫັດໃສ່ຫົກຄົນທີ່ລ່ວງລ້ຳກົດເກນການຕ້ອງຫ້າມ ໂຄວິດ-19
22/07/2021 Duração: 05minຄົນໃນລາວຫົກຄົນຖຶກສານກົດໜາຍ ສປປລາວ ຕັດສິນຈຳຄຸກ ຍາວນານທັງຖຶກປັບໃໜນຳດ້ວຍໃນຄະດີການເຂົ້າເມືອງລາວແລະ ກ່ຽວກັບ ໂຄວິດ-19. ນີ້ກຳລັງເປັນຂ່າວລືກັນນາໆແບບຢູ່ໃນເວລານີ້.
-
ສປປລາວ ບໍ່ເອົາຜິດກັບແຮງງານລາວທີ່ກັບຈາກໄທຍ໌ໃນຣະຍະ ໂຄວິດ-19
22/07/2021 Duração: 08minປະເທດໄທຍ໌ມີແຮງງານລາວມາກມາຍແທ້ ແຕ່ຍ້ອນວິກິດ ໂຄວິດ-19 ແລະຊາຍແດນລາວປິດ ພວກດັ່ງກ່າວກັບບ້ານບໍ່ໄດ້ ໂດຍສະເພາະພວກ ທີ່ອອກໄປເຮັດວຽກຢູ່ໄທຍ໌ໂດຍບໍ່ມີອະນຸຍາດ. ແຮງງານບໍ່ມີອຸຍາດນັ້ນ ສຳຮັບ ສປປລາວ ແມ່ນຜິດົກດຽໜາຍ. ບັດນີ້ ສປປລາວ ຍິນດີຮັດເອົາແຮງງານທັງສອງນັ້ນນໂດຍໂດຍຈະບໍ່ຜິດໃດໆ ໃນຣະຍະ ໂຄວິດ-19.
-
ໄທຍ໌ບໍຣິຈ່ກຣົດຄຼີນິກ ໂຄວິດ-19 ເຄື່ອນທີ່ແກ່ແຂວງຄຳມ່ວນ
22/07/2021 Duração: 08minປະເທດໄທຍ໌ກຳລັງປະສົບກັບບັນຫາ ໂຄວິດ-19 ລົ້ນມືຢູ່ແຕ່ໄດ້ ບໍຣິຈາກຄີຼນິກກວດ ໂຄວິດ-19 ເຄື່ອນທີ່ໃຫ້ແກ່ແຂງຄຳມ່ວນ ສປປລາວ ຄັນນຶ່ງ ມູນຄ່າປະມານຫ້າແສຮບາດ. ແຂວງຄຳມ່ວນຢູ່ຕົງກັນກັບຈັງວັດນະຄອນພະນົມ.
-
ໂດຍບັງເອີນຕຳຣວດ ສປປລາວ ຈັບໄດ້ຢາບ້າມາກມາຍ
22/07/2021 Duração: 06minສປປລາວ ເປັນປະເທດນຶ່ງທີ່ມີບັນຫາມາກມາຍກັບຢາເສບຕິດ ດັ່ງ ຢາບ້າ. ໃນຫວ່າງນຶ່ງນີ້ ທີ່ເມືອງໄຊທານີຂອງນະຄອນວຽງຈັນ ຕຳຣວດລາວ ໂດຍບັງເອີນ ຈັບໄດ້ຣົດຍົກຄັນນ່ຶ່ງກັບຄົນໃນຣົດພ້ອມດ້ວຍຢາບ້າານັບເປັນຫຼາຍໆລ້ານເໜັດ. ໃນເວລານີ້ຍັງມີການສຶກສ່ວນກ່ຽວຢາບ້ານັ້ນຢູ່ຕໍ່ໆໄປຢູ່.
-
ສປປລາວ ຈະໄດ້ຢາວັກຊີນ ໂຄວິດ-19 ຈາກການບໍຣິຈາກຫຼາຍຕື່ມມາກມາຍ
22/07/2021 Duração: 06minຊົ່ວຣະນະນຶ່ງແລ້ວ ສປປລາວ ໄດຮັບການບໍຣິຈາກຢາວັກຊີນ ໂຄວິດ-19 ຫຼາຍແທ້ໆແລະຍັງຈະໄດ້ອີກມາກມາຍຈາກ ສປຈີນ,ສະຫະຣັດອະເມຣິກາ ແລະຍີ່ປຸ່ນ. ນີ້ເປັນເຊັ່ນນັ້ນກະທັ້ງ ສປປລາວ ມີພົນລະເມືອງປະມານ ຄ7ລ້ານ ປາຍຄົນ ເົ່ທານັ້ນກໍຕາມ.