Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ສາເຫດທີ່ໂຣກໝາກສຸກອາດກັບຄືນມາ.
25/03/2025 Duração: 16minການລະບາດ ຂອງໂຣກໝາກສຸກ ໃນສະຫະຣັດອາເມຣິກາ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດສອງຄົນ, ມີຫຼາຍຮ້ອຍຄົນ ທີ່ຕິດເຊື້ອ ແລະເດັກນ້ອຍຈໍານວນຫຼວງຫຼາຍ ທີ່ຕ້ອງເຂົ້າໂຮງຫມໍ ດ້ວຍພາວະແຊກຊ້ອນ. ວິທີທີ່ດີທີ່ສຸດທີ່ ຈະປ້ອງກັນການລະບາດ ແມ່ນການສັກວັກຊີນ. ແຕ່ມີລາຍງານວ່າ ມີຄວາມສົງສັຍ ກ່ຽວກັບການສັກວັກຊີນປ້ອງກັນ ແລະມີຊຸມຊົນຈໍານວນຫລວງຫລາຍ ທີ່ບໍ່ໄດ້ຮັບການສັກວັກຊີນ.
-
ການກວດສອບກ່ຽວກັບ Supermarkets
25/03/2025 Duração: 11minຄນະກັມມະການ ການແຂ່ງຂັນແລະຜູ້ບໍຣິໂພກ ອອສເຕຣເລັຍ (the Australian Competition and Consumer Commission) ແນະນໍາ 20 ຂໍ້ ສໍາລັບຣັຖບານກາງວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອເພີ່ມຄວາມໂປ່ງໃສ ແລະການແຂ່ງຂັນໃນ Grocery Sector ເມື່ອພົບວ່າ Coles ແລະ Woolworths ເປັນໜຶ່ງໃນ Supermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.
-
ມີຢາຫຼາຍຊະນິດສຳລັບຜູ້ຍິງຈະຖືກຕື່ມໃສ່ PBS
25/03/2025 Duração: 09minຢາເພື່ອສຸຂະພາບຂອງຜູ້ຍິງ ຫລາຍຊະນິດ ຈະມີລາຄາຖືກລົງ ເມື່ອມັນຖືກຕື່ມໃສ່ ໃນລາຍຊື່ຂອງຢາ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານ, (Pharmaceutical Benefits Schemes-PBS) ເພື່ອໃຫ້ເປັນໄປຕາມມາດຕະການ ດ້ານສຸຂະພາບ ຂອງຜູ້ຍິງ ມູນຄ່າ 50 ພັນລ້ານໂດລາ ທີ່ປະກາດໃນເດືອນກຸມພາ.
-
Want to help shape Australia’s future? Here’s how to enrol to vote - ຕ້ອງການຊ່ອຍກຳໜົດ ອະນາຄົດຂອງອອສເຕຣເລັຍຫຼືບໍ່? ນີ້ຄືວິທີ ລົງທະບຽນເພື່ອເລືອກຕັ້ງ.
25/03/2025 Duração: 07minWith another federal election due this year, there are steps you will need to take before casting your vote for the first time. Plenty of resources are available to help you enrol to vote and have your say in shaping our nation. - ດ້ວຍການເລືອກຕັ້ງຣັຖບານກາງ ຈະມີຂຶ້ນອີກເທື່ອຫນຶ່ງໃນປີນີ້, ມີຂັ້ນຕອນຫລາຍຢ່າງ ທີ່ທ່ານຕ້ອງເຮັດ ກ່ອນຈະລົງຄະແນນສຽງ ເປັນເທື່ອທໍາອິດ. ມີແຫລ່ງຂໍ້ມູນຢ່າງຫລາຍ ທີ່ຈະຊ່ອຍທ່ານລົງທະບຽນ ເພື່ອລົງຄະແນນສຽງ, ແລະສະແດງຄວາມຄິດເຫັນ ໃນການກຳໜົດຊະຕາກັມ ຂອງປະເທດເຮົາ.
-
ປັນຫາ Squatters ໃນ Lismore.
19/03/2025 Duração: 10minຜູ້ຄົນທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນເຂດ Northern Rivers ຂອງຣັດ New South Wales ກ່າວວ່າຈະຢູ່ຕໍ່ໄປ ເຖິງແມ່ນວ່າ ນາຍົກຣັຖມົນຕີຂອງຣັດ ໄດ້ເວົ້າວ່າ ຈະທໍາລາຍບ້ານເຮືອນເຫຼົ່ານັ້ນກໍຕາມ.
-
ຄວາມເປັນຫ່ວງກ່ຽວກັບ ການຕຽມພ້ອມສໍາລັບໂຣກລະບາດ.
19/03/2025 Duração: 05minໃນມື້ນີ ຂອງປີ 2020, ໄວຣັສ ໄດ້ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ ໂດຍອົງການອະນາມັຍໂລກ (World Health Organisation). ຫ້າປີຜ່ານໄປ, Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ເຊື່ອວ່າ ການໝົດຄວາມໄວ້ວາງໃຈຂອງສັງຄົມ ຈະເປັນ "ບັນຫາໃຫຍ່" ຖ້າຫາກມີການລະບາດ ຂອງໂຣກອີກເທື່ອຫນຶ່ງ.
-
ທາງແກ້ໄຂດ້ານພະລັງງານຂອງພັກການເມືອງ.
19/03/2025 Duração: 10minຄ່າໄຟຟ້າທີ່ສູງຂຶ້ນ ໄດ້ບັງຄັບພັກການເມືອງ ທັງສອງຝ່າຍ ໃຫ້ຮັບເອົາການປ່ຽນແປງພະລັງງານ ຂອງອອສເຕຣເລັຍ, ສເນີທາງແກ້ໄຂສອງຢ່າງທີ່ແຕກຕ່າງກັນ ເພື່ອຫລຸດລາຄາ ແລະບັນລຸ Net Zero. ພັກ Coalition ກໍາລັງສເນີໃຫ້ໃຊ້ພະລັງງານນິວເຄລັຍຮ່ວມກັບພະລັງງານຢ່າງອື່ນ, ຮວມທັງການສ້າງ reactor ສອງແຫ່ງໃນພູມີພາກຂອງ Queensland.
-
ການຈັດຫາຄວາມສະດວກແກ່ຄົນພິການ.
11/03/2025 Duração: 08minໂຄງການ ທີ່ຈະຊ່ອຍເຫລືອຜູ້ລົງຄະແນນ ທີ່ພິການ ໄດ້ຮັບຄວາມສົນໃຈໃນຫລາຍອາທິດຜ່ານມານີ້, ເຊັ່ນສະຖານທີ່ເລືອກຕັ້ງ ທີ່ມີປະສາດຄວາມຮູ້ສຶກຕ່ຳ (Low-sensory) ທີ່ກໍາລັງຖືກທົດລອງຢູ່ Western Australia ສໍາລັບການເລືອກຂອງຣັດໃນປີ 2025.
-
How can government payments support you? - ເງິນຊ່ອຍເຫຼືອຂອງຣັຖບານ ຈະສນັບສນູນທ່ານແນວໃດ
11/03/2025 Duração: 12minThe Australian government has a social security system that provides a range of income support to those who are eligible . In fact, most people will receive a government payment at some stage in their lives. Strict rules determine who can receive these payments and how much they are paid. In this episode of Australia Explained we break down some of the most common government payments you may be entitled to. - ຣັຖບານອອສເຕຣເລັຍ ມີລະບົບຄວາມປອດພັຍສັງຄົມ ທີ່ໃຫ້ຄວາມຊ່ອຍເຫລືອຫລາຍຢ່າງ ແກ່ຜູ້ທີ່ມີສິດ. ຕາມຈິງແລ້ວ, ຄົນສ່ວນຫລາຍ ຈະໄດ້ຮັບເງິນ ຈາກຣັຖບານ ໃນບາງຊ່ວງໃນຊີວິດຂອງເຂົາເຈົ້າ. ກົດທີ່ເຄັ່ງຄັດ ຈະກໍານົດວ່າ ໃຜສາມາດໄດ້ຮັບເງິນຊ່ອຍເຫຼືອເຫລົ່ານີ້ ແລະຈະໄດ້ຮັບຫລາຍປານໃດ. ໃນບົດນີ້ ຂອງ Australia Explained, ເຮົາຈະອະທິບາຍ ເລື້ອງເງິນຊ່ອຍເຫຼືອຂອງຣັຖບານ ທີ່ທ່ານອາດມີສິດໄດ້ຮັບ.
-
ການຊັກຊ້າຂອງການອະນຸມັດ ວີຊາຜູ້ອາສັຍຢູ່ຖາວອນ.
11/03/2025 Duração: 07minຫລາຍຄົນທີ່ລໍຖ້າ ການອາສັຍຢູ່ຢ່າງຖາວອນ ດ້ວຍວີຊາຍ່ອຍບາງກຸ່ມ ກ່າວວ່າ ການຊັກຊ້າ ໃນການອະນຸມັດ ໃຫ້ອາສັຍຢູ່ຢ່າງຖາວອນ ໂດຍDepartment of Home Affairs ໄດ້ເຮັດໃຫ້ເຂົາເຈົ້າ ຕົກຢູ່ໃນຄວາມບໍ່ແນ່ນອນ, ແລະບໍ່ສາມາດວາງແຜນຊີວິດໄດ້. ເຂົາເຈົ້າຮູ້ສຶກວ່າ ການມີສ່ວນຮ່ວມຂອງເຂົາເຈົ້າ ແກ່ອອສເຕຣເລັຍ-ແລະການມີສ່ວນຮ່ວມທີ່ເຂົາເຈົ້າໄດ້ເຮັດ ໃນໄລຍະໂຣກລະບາດ-ໄດ້ຮັບການຕອບແທນຢ່າງບໍ່ພຽງພໍ.
-
ຄວາມລັງເລໃຈຂອງຜູ້ຍິງທີ່ຈະໂທຫາ 000
11/03/2025 Duração: 06minການສໍາຫລວດໃຫມ່ພົບວ່າ ປະມານຫນຶ່ງສ່ວນສາມ ຂອງຜູ້ຄົນ ຈະບໍ່ໂທຫາ Triple O ຖ້າຫາກເຂົາເຈົ້າ ມີສັນຍານຂອງອາການໂຣກຫົວໃຈ.ແຕ່ຜູ້ຊ່ຽວຊານກ່າວວ່າ ທຸກນາທີມີຄວາມສໍາຄັນຫລາຍ ເມື່ອບາງຄົນມີອາການຫົວໃຈວາຍ-ແລະຜູ້ຄົນ ບໍ່ຄວນຢ້ານທີ່ຈະຂໍຄວາມຊ່ອຍເຫລືອ.
-
ການສົ່ງກຳລັງທະຫານ ໄປ Ukraine
05/03/2025 Duração: 05minນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຣັຖບານ Labor ຈະພິຈາຣະນາ ການສົ່ງກຳລັງທະຫານ ໄປ Ukraine ຖ້າຫາກມີ ການຂໍການ ສນັບສນູນ ຈາກອອສເຕຣເລັຍ ເຖິງແມ່ນວ່າ ຄວາມສໍາພັນກັບສະຫະຣັດອາເມຣິກາ ຈະເສື່ອມໂຊມລົງກໍຕາມ.
-
ເຫດການວິກິດຂອງຄວາມຮ້ອນໃນອອສເຕຣເລັຍ.
05/03/2025 Duração: 08minສະພາສະພາບອາກາດ (The Climate Council) ເຕືອນວ່າ ເມືອງໃຫຍ່ທີ່ສຸດຂອງອອສເຕຣເລັຍ ອາດປະເຊີນກັບອຸນຫະພູມ ທີ່ຮ້ອນເຖິງຂັ້ນອັນຕະຣາຍ, ຍົກເວັ້ນແຕ່ຈະລົງມືເຮັດ ເພື່ອໃຫ້ການປ່ຽນແປງສະພາບອາກາດນັ້ນ ຊ້າລົງ.
-
ກົດໝາຍກ່ຽວກັບ ຜູ້ຂັບຣົດທີ່ໃຊ້ກັນຊາໃນ Victoria.
04/03/2025 Duração: 08minຜູ້ຂັບຣົດທີ່ໃຊ້ກັນຊາ (cannabis) ໃນ Victoria ຈະບໍ່ຖືກສັ່ງປົດ ໃບອະນຸຍາດຂັບຂີ່ ໂດຍອັດຕະໂນມັດອີກຕໍ່ໄປ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະມີຜົນກະທົບໃນຣັດ.ຈາກວັນທີ 1 ເດືອນມິນາ, ຜູ້ຂັບຣົດດັ່ງກ່າວ ຈະມີໂອກາດໂຕ້ຖຽງໃນສານວ່າ ຄວາມສາມາດຂອງເຂົາເຈົ້າ ບໍ່ມີຄວາມບົກພ່ອງ ໃນຂນະທີ່ຂັບຣົດ.
-
ວິກິດຄວາມອຶດຫິວຂອງນັກຮຽນໃນອອສເຕຣເລັຍ
04/03/2025 Duração: 06minຄວາມຝືດເຄືອງຂອງເສດຖະກິດໃນອອສເຕຣເລັຍ ໄດ້ສົ່ງຜົນກະທົບຕໍ່ ນັກຮຽນ ຜູ້ທີ່ໄປໂຮງຮຽນໂດຍບໍ່ມີອາຫານ ຫຼືຕ້ອງ ອາສັຍການ ສນັບສນຸນຈາກອົງກອນການກຸສົນ.
-
CRISP -ຈະກາຍເປັນແບບຖາວອນ.
26/02/2025 Duração: 05minຣັຖບານກາງ ໄດ້ປະກາດວ່າ ໂຄງການທົດລອງ Community Refugee Integration and Settlement - ທີ່ຮູ້ຈັກກັນໃນນາມ CRISP ທີ່ຊ່ອຍເຫຼືອຜູ້ອົບພະຍົບໃນການຕັ້ງຖິ່ນຖານໃນ ອອສເຕຣເລັຍ -ຈະກາຍເປັນແບບຖາວອນ.
-
Important tips for cycling in Australia - ຄໍາແນະນໍາສໍາຄັນ ກ່ຽວກັບການຂີ່ຣົດຖີບ ໃນອອສເຕຣເລັຍ.
26/02/2025 Duração: 12minRiding a bicycle is a common and affordable form of transport in Australia, with people cycling for sport, recreation and to commute. Cycling also comes with some rules to keep all road users safe. - ການຂີ່ຣົດຖີບ ເປັນການຂົນສົ່ງທົ່ວໄປ ໃນອອສເຕຣເລັຍ ໂດຍທີ່ຜູ້ຄົນຂີ່ຣົດຖີບ ເພື່ອການອອກກຳລັງກາຍ, ເພື່ອການພັກຜ່ອນ ແລະເພື່ອການເດີນທາງ. ການຂີ່ຣົດຖີບ ຍັງມີກົດບາງຢ່າງ ເພື່ອຮັກສາຜູ້ໃຊ້ຖນົນໃຫ້ປອດພັຍ.
-
ຫຼອດດູດ plastic ກຳລັງຈະກັບຄືນມາ (ໃນອາເມຣິກາ)
26/02/2025 Duração: 07minນັກສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.
-
ການປັບປຸງລະບົບເບັ້ຍບໍານານ ໃນອອສເຕຣເລັຍ
26/02/2025 Duração: 08minລາຍງານໃຫມ່ ຂອງສະຖາບັນ Grattan ທີ່ຖືກພິມ ໃນວັນທີ 20 ມັງກອນ ໄດ້ສເນີການປ່ຽນແປງຄັ້ງໃຫຍ່ຂອງລະບົບການເງິນບໍານານ ຂອງອອສເຕຣເລັຍ ເພາະຄວາມຊັບຊ້ອນ, ສ້າງຄວາມກົດດັນ ແລະເຮັດໃຫ້ຜູ້ອອກກິນເບັ້ຍບໍານານຫລາຍຄົນ ຢູ່ກິນກັບເງິນ ທີ່ຕ່ຳກວ່າຄວນຈະເປັນ.
-
ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ
21/02/2025 Duração: 07minໂລກກຳລັງພົບກັບວິກິດທາງການມີນ້ຳໃຊ້. ດ້ວຍການເພີ່ມຂຶ້ນຂອງປະຊາກອນ ແລະ ສະພາບພູມອາກາດ, ການມີນ້ຳສະອາດເພື່ອການດື່ມກິນ ແລະໃຊ້ ກໍນັບມີຈະມີປັນຫາ. ຫຼາຍໆປະເທດ ເລີ້ມຫາວິທີ ທີ່ຈະນຳນ້ຳທີ່ໃຊ້ແລ້ວມາເຮັດໃຫ້ບໍຣິສຸດ ແລະສາມາດນຳມາໃຊ້ໃນຄົວເຮືອນໄດ້.