Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່.
03/05/2025 Duração: 05minພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'. Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້. ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈາກຣັຖບານຂອງ Laborທີ່ຖືກເລືອກຄືນໃຫມ່?
-
ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ.
01/05/2025 Duração: 07minພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ. Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ.
-
ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽງເລືອກຕັ້ງ.
30/04/2025 Duração: 09minໃນການຫາສຽງເລືອກຕັ້ງ, ທັງສອງພັກໃຫຍ່ກໍໃຫ້ຄຳສັນຍາວ່າ ຈະເຮັດຫຼາຍຢ່າງເພື່ອຈະຊນະການເລືອກຕັ້ງ. ແຕ່ໃນຄວາມເປັນຈິງແລ້ວ, ມັນຈະເປັນໄປໄດ້ຫຼືບໍ່?
-
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່.
30/04/2025 Duração: 12minການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້.
-
ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ
30/04/2025 Duração: 06minສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ. ລາຍງານໃຫມ່, ຍັງກ່າວອີກວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ"
-
ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່.
23/04/2025 Duração: 11minຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC. ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton.
-
ອີກປະເດັນນຶ່ງຂອງການຫາສຽງ.
23/04/2025 Duração: 10minມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ... ແລະນີ້ກໍກາຍເປັນປະເດັນການເມືອງໃນ ອອສເຕຣເລັຍ ເມື່ອມື້ເລືອກຕັ້ງໄດ້ໃກ້ເຂົ້າມາ.
-
ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait.
23/04/2025 Duração: 05minຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້. ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.
-
ຂໍ້ມູນທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ໃນການເລືອກຕັ້ງ.
23/04/2025 Duração: 11minລາຍງານໂດຍ the Australian Curriculum, Assessment and Reporting Authority ສະແດງໃຫ້ເຫັນວ່າ ພຽງແຕ່ຫນຶ່ງໃນສີ່ຄົນ ຂອງນັກຮຽນ ປີ 10 ທີ່ຊ່ຽວຊານ ໃນດ້ານໜ້າທີ່ພົນລະເມືອງ, ຊຶ່ງຮວມເຖິງ ແນວຄິດ ເຊັ່ນລະບອບປະຊາທິປະໄຕ, ວິທີການອອກກົດຫມາຍ ແລະບົດບາດຂອງຣັຖບານ. ນັບຕັ້ງແຕ່ ການເລືອກຕັ້ງຂອງຣັຖບານກາງ ໃນປີ 2016, ມີຄວາມເປັນຫ່ວງວ່າ WeChat ນັ້ນເຕັມໄປດ້ວຍ ຂໍ້ມູນທີ່ບິດເບືອນ ກ່ຽວກັບພັກການເມືອງໃຫຍ່, ນະໂຍບາຍ ແລະແມ່ນແຕ່ ວິທີທີ່ຈະອອກສຽງ ເລືອກຕັ້ງ.
-
How to vote in the federal election - ວິທີລົງຄະແນນສຽງ ໃນການເລືອກຕັ້ງ ຣັຖບານກາງ.
18/04/2025 Duração: 10minOn election day the Australian Electoral Commission anticipates one million voters to pass through their voting centres every hour. Voting is compulsory for everyone on the electoral roll, so all Australians should familiarise themselves with the voting process before election day. - ໃນມື້ເລືອກຕັ້ງ, ຄນະກັມມະການ ການເລືອກຕັ້ງ ຂອງອອສເຕຣເລັຍ(The Australian Electoral Commission), ຫລື AEC, ຄາດວ່າຈະມີຜູ້ອອກສຽງຫນຶ່ງລ້ານຄົນ ທີ່ສູນເລືອກຕັ້ງຂອງເຂົາເຈົ້າ ທຸກຊົ່ວໂມງ. ການອອກສຽງ ເປັນສິ່ງບັງຄັບຖ້ າຫາກທ່ານຢູ່ໃນທະບຽນຂອງຜູ້ມີສິດເລືອກຕັ້ງ. ສະນັນ ຊາວອອສເຕຣເລັຍທຸກຄົນ ຄວນທຳຄວາມຄຸ້ນເຄີຍກັບຂັ້ນຕອນ ການອອກສຽງ ກ່ອນມື້ເລືອກຕັ້ງ.
-
ມາທຳຄວາມຮູ້ຈັກກັບພັກ Liberal Party
16/04/2025 Duração: 10minມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກ Liberal Party ເຄີຍມີນາຍົກຣັຖມົນຕີທີ່ດຳຣົງຕຳແນງຍາວນານທີ່ສຸດໃນການເມືອງອອສເຕຣເລັຍ. ແຕ່ Liberal Party ແມ່ນໃຜ ແລະມາຈາກໃສ?
-
ພັກແຫ່ງຊາດອອສເຕຣເລັຍ (The National Party of Australia).
16/04/2025 Duração: 10minມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກແຫ່ງຊາດອອສເຕຣເລັຍ (The National Party of Australia). ຍັງເປັນທີ່ຮູ້ຈັກໃນນາມ the Nationals ຫລື the Nats. ເຂົາເຈົ້າ ເປັນທີ່ຮູ້ຈັກກັນດີ ດ້ານຫມວກໃຫຍ່ ແລະແນໃສ່ພູມີພາກ ຂອງອອສເຕຣເລັຍ. ແຕ່ the Nationals ແມ່ນໃຜ ແລະມາຈາກໃສ?
-
ຝ່າຍຄ້ານ ອາດເນຣະເທດອາດຊະຍາກອນ ຫາກໄດ້ເປັນຣັຖບານ
09/04/2025 Duração: 06minPeter Dutton ຜູ້ນໍາຝ່າຍຄ້ານ ໄດ້ສເນີທາງເລືອກ ທີ່ຈະຈັດການໃຫ້ມີການລົງປະຊາມະຕິ (Referendum) ເພື່ອມີອໍານາດ ທີ່ຈະຂັບໄລ່ຄົນສອງສັນຊາດ ທີ່ມີຄວາມຜິດທາງອາຍາ. ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຖືວ່າ ມັນຂັດຕໍ່ຣັຖທັມມະນູນ ທີ່ນັກການເມືອງ ຈະມີສິດລົງໂທດທາງອາຍາ.
-
Peter Dutton ຍອມຮັບຜິດກ່ຽວກັບນະໂຍບາຍເລືອກຕັ້ງ.
09/04/2025 Duração: 06minຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton, ໄດ້ປະຖິ້ມແຜນການ ທີ່ຈະບັງຄັບໃຫ້ພະນັກງານຣັຖບານ ຄືນໄປເຮັດວຽກ ໃນຫ້ອງການ. ແລະຍອມຮັບວ່າ ນະໂຍບາຍນັ້ນ ເປັນຄວາມຜິດພາດ.
-
ໂຄງການຊ່ອຍເຫລືອດ້ານສຸຂະພາບແຂ້ວ ສໍາລັບຜູ້ສູງອາຍຸ.
09/04/2025 Duração: 05minສະມາຄົມແຂ້ວຂອງອອສເຕຣເລັຍ ກໍາລັງຂໍຮ້ອງໃຫ້ຣັຖບານ ແນະນໍາໂຄງການຊ່ອຍເຫລືອ ສໍາລັບຜູ້ສູງອາຍຸ. ມັນເກີດຂຶ້ນ ໃນຂນະທີ່ຈໍານວນຄົນ ທີ່ມີອາຍຸສູງກວ່າ 65 ປີ ຕ້ອງເຂົ້າໂຮງຫມໍ ເພາະບັນຫາແຂ້ວໄດ້ເພີ່ມຂຶ້ນ.
-
ບົດບາດຂອງ The Teals ແມ່ນຫຍັງ?
09/04/2025 Duração: 11minThe Teals, ທ່ານ ເຄີຍໄດ້ຍິນຄຳນີ້ຫຼືບໍ່? The Teals ບໍ່ແມ່ນພັກການເມືອງ, ແຕ່ເປັນຂະບວນການ ທີ່ສເນີທາງເລືອກອື່ນ ນອກຈາກພັກໃຫຍ່. ສະນັ້ນ ເຂົາເຈົ້າມາຈາກໃສ? ແລະເຂົາເຈົ້າມີນະໂຍບາຍແບບໃດ? ພວກເຂົາມີບົດບາດສຳຄັນສ່ຳໃດໃນການເມືອງ ອອສເຕຣເລັຍ.
-
The Australian Greens ແມ່ນພັກການເມືອງແບບໃດ?
02/04/2025 Duração: 07minThe Australian Greens, ຊຶ່ງປະຈຸບັນນີ້ນໍາໂດຍ Adam Bandt, ເປັນພັກຍ່ອຍ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ ທີ່ໄດ້ເຕີບໂຕຂຶ້ນ ຈາກກຸ່ມຜູ້ປະທ້ວງ ໄປສູ່ແກນນຳສໍາຄັນ ໃນຣັຖສະພາ ໃນໄລຍະ 50 ປີທີ່ຜ່ານມາ. ໃນການເລືອກຕັ້ງຄັ້ງນີ້, ພວກເຂົາມີນະໂຍບາຍແນວໃດ?
-
ຣັຖບານສຽງຂ້າງນ້ອຍ (Minority Government) ແມ່ນຫຍັງ?
31/03/2025 Duração: 10minຣັຖບານສຽງຂ້າງນ້ອຍ (Minority Government) ມີຂໍ້ດີ ຫຼືຂໍ້ເສັຍແນວໃດແດ່? ມາຟັງຄວາມເຫັນຈາກຜູ້ຊ່ຽວຊານ ດ້ານການເມືອງ.
-
ສິ່ງທີ່ຕ້ອງເຮັດກ່ອນມື້ເລືອກຕັ້ງ.
31/03/2025 Duração: 07minບັດນີ້ ເມື່ອການເລືອກໄດ້ຖືກປະກາດແລ້ວ, ພົນລະເມືອງອອສເຕຣເລັຍຜູ້ໃຫຍ່ທຸກຄົນ ຕ້ອງລົງທະບຽນໃນອີກເຈັດມື້ຕໍ່ໄປ ຖ້າບໍ່ດັ່ງນັ້ນ ເຂົາເຈົ້າອາດຖືກປັບໃໝ. ໃນ ການອອກສຽງ 101 (Voting 101) ນີ້, SBS ອະທິບາຍວ່າ ຜູ້ໃດມີສິດລົງຄະແນນສຽງ ແລະວິທີທີ່ຈະຈົດທະບຽນ ດ້ວຍຕົວເອງແນວໃດ.
-
ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ.
28/03/2025 Duração: 06minການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ ແລະນັ້ນຫມາຍຄວາມວ່າແນວໃດ? ນັ້ນຫມາຍຄວາມວ່າບັດນີ້ ຣັຖບານຈະເຂົ້າໄປໃນໄລຍະ ທີ່ເອີ້ນວ່າ ຜູ້ດູແລ (Caretaker Mode).ແລະ ນາຍົກຣັຖມົນຕີ ບໍ່ໄດ້ຄວບຄຸມທຸກຢ່າງອີກຕໍ່ໄປ. ຖ້າຫາກມີການຕັດສິນໃຈທີ່ສໍາຄັນ ທີ່ເກີດຂຶ້ນ ເຂົາເຈົ້າຕ້ອງປຶກສາກັບຜູ້ນໍາຝ່າຍຄ້ານ.