Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 81:04:50
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • Is Australian tap water safe to drink?  - ນ້ຳກັອກໃນອອສເຕຣເລັຍ ປອດພັຍທີ່ຈະດື່ມ ຫຼືບໍ່?

    21/08/2025 Duração: 11min

    Access to safe drinking water is essential, and Australia’s often harsh environment means that our drinking water supplies are especially precious. With differences in the availability and quality of drinking water across the country, how do we know if it’s safe to drink? In this episode we get water experts to answer this question and more.   - ການເຂົ້າເຖິງນ້ຳດື່ມທີ່ປອດພັຍເປັນສິ່ງສໍາຄັນ, ແລະສະພາບແວດລ້ອມ ທີ່ຮ້າຍແຮງຂອງອອສເຕຣເລັຍ ຫມາຍຄວາມວ່າ ນ້ຳດື່ມຂອງເຮົາມີຄ່າເປັນພິເສດ. ດ້ວຍຄວາມແຕກຕ່າງ ໃນການເຂົ້າເຖິງ ແລະຄຸນນະພາບຂອງນ້ຳດື່ມ ທົ່ວອອສເຕຣເລັຍ, ເຮົາຈະຮູ້ໄດ້ແນວໃດວ່າ ມັນປອດພັຍທີ່ຈະດື່ມ? ໃນຕອນນີ້ຂອງ Australia Explained, ພວກເຮົາມີຜູ້ຊ່ຽວຊານເລື່ອງນ້ຳ ໃນການຕອບຄໍາຖາມເຫຼົ່ານີ້ ແລະອື່ນໆ.

  • ປະຕິກິຣິຍາຕໍ່ພາສີຂອງ ອາເມຣິກາ

    14/08/2025 Duração: 11min

    ສະຫະຣັດອາເມຣິກາ ໄດ້ປະກາດການເກັບພາສີສູງຂຶ້ນ ສໍາລັບ 92 ປະເທດ, ຮວມທັງປະເທດ Canada 35 ເປີເຊັນ, ແລະປະເທດ ອິນເດັຍ 25 ເປີເຊັນ.ການເພີ່ມຂຶ້ນ ແມ່ນແນໃສ່ປະເທດ ທີ່ບໍ່ມີສ່ວນຮ່ວມ ກັບຜົນປໂຍດທາງເສດຖະກິດ ແລະຄວາມໝັ້ນຄົງ ຂອງສະຫະຣັດອາເມຣິກາ. ຫຼາຍປະເທດກໍກຳລັງຫາທາງຮັບມືກັບ ອັດຕາພາສີເຫຼົ່ານີ້ ແລະຫຼາຍປະເທດກໍຮູ້ສຶກວ່າເປັນການເຄື່ອນໄຫວທີ່ບໍ່ມີເຫດຜົນ ແລະອາດຈະສ້າງວິກິດທາງເສດຖະກິດໄດ້.

  • ການຂຍາຍອາວຸດ Nuclear

    14/08/2025 Duração: 08min

    ອາວຸດນິວເຄລັຍ ເປັນອາວຸດທີ່ມີຄວາມສາມາດທໍາລາຍສູງ ທີ່ບໍ່ເຄີຍມີມາກ່ອນ ໄດ້ກໍ່ໃຫ້ເກີດການແຂ່ງຂັນ ດ້ານອາວຸດປະຣະມະນູ. ດ້ວຍຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ການສະສົມອາວຸດນິວເຄລັຍ ຂອງຈີນໃນອັດຕາທີ່ໄວ ໄດ້ເຮັດໃຫ້ເກີດຄວາມວິຕົກໃນພູມີພາກໂດຍສະເພາະ ບົດບາດຂອງຈີນໃນ ອາຊີ ຕາເວັນອອກສ່ຽງໃຕ້.

  • Australia’s Indigenous education gap and the way forward - ຊ່ອງວ່າງດ້ານການສຶກສາ ຂອງຊາວພື້ນເມືອງອອສເຕຣເລັຍ ແລະຫົນທາງຂ້າງຫນ້າ.

    14/08/2025 Duração: 11min

    Education is a pathway to opportunity, but for too long, Indigenous students in Australia have faced barriers to success. While challenges remain, positive change is happening. In this episode we’ll hear from Indigenous education experts and students about what’s working, why cultural education matters and how Indigenous and Western knowledge can come together to benefit all students. - ການສຶກສາ ເປັນເສັ້ນທາງສູ່ໂອກາດ, ແຕ່ເປັນເວລາດົນນານແລ້ວ, ນັກຮຽນຊາວພື້ນເມືອງ ໃນອອສເຕຣເລັຍ ໄດ້ປະເຊີນກັບອຸບປະສັກ ໃນການປະສົບຄວາມສໍາເລັດ. ໃນຂນະທີ່ ການທ້າທາຍຍັງຄົງມີຢູ່, ແຕ່ການປ່ຽນແປງໃນທາງບວກ ກໍກໍາລັງເກີດຂຶ້ນ. ໃນຕອນນີ້ ເຮົາຈະໄດ້ຍິນ ຈາກຜູ້ຊ່ຽວຊານດ້ານການສຶກສາ ແລະນັກຮຽນຊາວພື້ນເມືອງ ກ່ຽວກັບສິ່ງທີ່ໄດ້ຜົນ, ເປັນຫຍັງການສຶກສາທາງວັດທະນະທັມ ຈຶ່ງສໍາຄັນ ແລະວິທີ ທີ່ເອົາຄວາມຮູ້ຂອງຊາວພື້ນເມືອງ ແລະຕາເວັນຕົກມາຮວມກັນ ເພື່ອເປັນປໂຍດໃຫ້ແກ່ນັກຮຽນທຸກຄົນ.

  • ການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ

    14/08/2025 Duração: 16min

    ອອສເຕຣເລັຍ ໄດ້ຍົກເລີກຂໍ້ຈໍາກັດ ເລື່ອງການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ ຊຶ່ງເປັນການຕັດສິນໃຈທີ່ ນັກວິຈານກ່າວວ່າ ເປັນການເຮັດ ເພື່ອເອົາໃຈ Donald Trump. ສະມາຄົມຜູ້ຜລິດຊີ້ນງົວກ່າງງ່າ ດ້ວຍການຂາດແຄນຊີ້ນງົວ ໃນສະຫະຣັດອາເມຣິກາ, ຈຶ່ງບໍ່ໜ້າເປັນໄປໄດ້ ທີ່ຕລາດຂອງອອສເຕຣເລັຍ ຈະເຕັມໄປດ້ວຍຊີ້ນງົວ ທີ່ນໍາເຂົ້າຈາກອາເມຣິກາ. ພ້ອມທັງ ນາຍົກຣັຖມົນຕີຢ້ຳວ່າ ອອສເຕຣເລັຍ ຈະບໍ່ຍອມປະນີປະນອມ ເລື່ອງຄວາມປອດພັຍທາງຊີວະພາບ.

  • ລາຍງານກ່ຽວກັບໂຣກຕັບອັກເສບ (Hepatitis).

    07/08/2025 Duração: 06min

    ເກືອບ 300,000 ຄົນໃນອອສເຕຣເລັຍ ອາສັຍຢູ່ກັບ Hepatitis B ຫລື Hepatitis C-ສ່ວນຫລາຍແລ້ວ ບໍ່ມີສັນຍານເຕືອນ ເຖິງຄວາມເສັຍຫາຍຂອງຕັບ. ສະຖາບັນ the Kirby Institute ກ່າວວ່າ ຄວາມລຸກລາມຢ່າງງຽບໆ ເປັນເຫດຜົນ ທີ່ການທົດສອບເປັນປະຈໍາ ຈຶ່ງມີຄວາມສໍາຄັນ.

  • ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກ

    07/08/2025 Duração: 08min

    ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກໃນຕອນຕົ້ນ ຂອງອອສເຕຣເລັຍ ກໍາລັງຖືກທົດລອງ ຢູ່ຕ່າງປະເທດ ເປັນເທື່ອທໍາອິດ. ການຮ່ວມມືລະຫວ່າງ The Shepherd Centre ທີ່ບໍ່ຫວັງຜົນກຳໄລ ແລະເຈົ້າຫນ້າທີ່ ສາທາຣະນະສຸກ ໃນປະເທດຍີ່ປຸ່ນ ເປັນເວລາສິບປີD ການປິ່ນປົວ ແມ່ນສໍາລັບເດັກນ້ອຍ ທີ່ຄອບຄົວໄດ້ເລືອກໃຫ້ເຂົາເຈົ້າໃສ່ອຸບປະກອນການຟັງ ເຊັ່ນປະສາດຫູທຽມ (ປອມ)- (Cochlear implant).

  • ນະວັດກັມ (Innovation) ໃນການເກັບກູ້ລະເບີດ.

    07/08/2025 Duração: 13min

    ການກໍາຈັດລະເບີດ ເປັນຂັ້ນຕອນທີ່ຕ້ອງມີຄວາມລະມັດລະວັງ; ມີການຄາດຄະເນວ່າ ມີການກໍາຈັດລະເບີດ ປະມານ 117,000 ລູກໃນແຕ່ລະປີ. Mread ຫຼື ໄດ້ພັດທະນາ ອຸປະກອນພົກພາ ເຄື່ອງທຳອິດ ທີ່ໃຊ້ຄື້ນວິທະຍຸຕໍ່າ (Low Frequency Radio Waves) ເພື່ອລະບຸລັກສນະສະເພາະໂມເລກູນ ຂອງວັດຖຸລະເບີດ. Mread ກ່າວວ່າ ເຄື່ອງມືຂອງເຂົາເຈົ້າ ສາມາດເລັ່ງການກໍາຈັດລະເບີດ ໄດ້ຢ່າງຫນ້ອຍ 30 ເປີເຊັນ.

  • ການຂັດແຍ້ງທາງທະຫານລະຫວ່າງໄທ-ກຳປູເຈັຍ.

    07/08/2025 Duração: 10min

    ການສູ້ຣົບ ໄດ້ເກີດຂຶ້ນຕາມຊາຍແດນຂອງປະເທດໄທ ແລະປະເທດກຳປູເຈັຍ ໃນຂນະທີ່ຄວາມເຄັ່ງຕຶງເກົ່າ ທີ່ກ່ຽວກັບຂໍ້ພິພາດ ເລື່ອງດິນແດນ ໄດ້ກາຍເປັນການຂັດແຍ້ງ ທີ່ບໍ່ຄ່ອຍເກີດຂຶ້ນ... ແຕ່ຮຸນແຮງ. ທັງສອງຝ່າຍ ກໍາລັງກ່າວໂທດກັນແລະກັນ ສໍາລັບການຍົວະຍົງ, ຊຶ່ງເປັນການຂັດແຍ້ງເທື່ອຫຼ້າສຸດ ໃນການໂຕ້ຖຽງ ທີ່ມີມາຫລາຍກວ່າຫນຶ່ງສັດຕະວັດ. ໃນຂນະທີ່ ຜູ້ນໍາຕ່າງປະເທດ ຮຽກຮ້ອງໃຫ້ມີຄວາມສງົບ ລະຫວ່າງເພື່ອນບ້ານ.

  • ວ່າດ້ວຍ ຄວາມເຈັບປວດຊໍາເຮື້ອ.

    31/07/2025 Duração: 06min

    ຄວາມເຈັບປວດຊໍາເຮື້ອບໍ່ແມ່ນຈະສົ່ງຜົນກະທົບແຕ່ພຽງຮ່າງກາຍເທົ່ານັ້ນ, ແຕ່ມັນສາມາດສົ່ງຜົນກະທົບທາງຈິດໃຈ, ທາງການເງິນ ແລະທາງຄວາມສຳພັນອີກດ້ວຍ. .ານປິ່ນປົວກໍຊັບຊ້ອນ ແລະ ຜູ້ຊ່ຽວຊານກຳລັງຮຽກຮ້ອງໃຫ້ຣັຖບານ ເຮັດຫຼາຍຂຶ້ນເພື່ອຊ່ອຍເຫຼືອ ຜູ້ທີ່ໃຊ້ຊີວິດຢູ່ກັບຄວາມເຈັບປວດນີ້.

  • ບົດບາດຂອງຈີນ ໃນເອເຊັຍຕາເວັນອອກສຽງໃຕ້

    31/07/2025 Duração: 06min

    ເນື່ອງຈາກການຖອນໂຕຂອງຜູ້ບໍຣິຈາກ ດັ້ງເດີມ, ຈີນກຳລັງມີບົດບາດສຳຄັນໃນການໃຫ້ກູ້ຢືມເງິນເພື່ອການພັດທະນາ. ຜູ້ຊ່ຽວຊານກ່າວວ່າ ການຫຼຸດລົງຂອງການແຂ່ງຂັນຈະເຮັດໃຫ້ຫຼາຍປະເທດຕ້ອງຍອມຮັບເອົາເງິນກູ້ຈາກຈີນດ້ວຍດອກເບັ້ຍສູງ. ແຕ່ມັນເປັນເງິນກູ້ ໃຫ້ແກ່ປະເທດ ທີ່ທຸກຍາກທີ່ສຸດໃນພູມີພາກ, ເຊັ່ນMyanmar, Laos ແລະ Cambodia ທີ່ສ້າງຄວາມກັງວົນ.

  • ການຣົນນະຣົງ ກ່ຽວກັບໂຣກເຍື່ອຫຸ້ມສມອງອັກເສບ (Meningococcal)

    31/07/2025 Duração: 07min

    ໃນຂນະທີ່ອອສເຕຣເລັຍ ເຂົ້າສູ່ລະດູການສູງສຸດ ສໍາລັບ Meningococcal, ກໍມີໂຄງການແຫ່ງຊາດ ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບໂຣກ ທີ່ມີຜົນກະທົບຕໍ່ຄົນຫນຸ່ມສາວ ແລະເດັກນ້ອຍ ເປັນສ່ວນໃຫຍ່.

  • ສັບປະດາຂອງ ການບໍຣິຈາກອະໄວຍະວະ

    30/07/2025 Duração: 06min

    ທຸກຄົນກໍຮູ້ວ່າ ການບໍຣິຈາກອະໄວຍະວະສາມາດຊ່ອຍຊີວິດໄດ້. ໃນຂນະທີ່ ສີ່ໃນຫ້າຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ, ມີພຽງແຕ່ຫນຶ່ງໃນສາມຄົນເທົ່ານັ້ນ ທີ່ໄດ້ລົງທະບຽນ ບໍຣິຈາກແທ້ໆ. ໜ່ວຍງານ The Organ and Tissue Authority ກ່າວວ່າ ສ່ວນຫນຶ່ງ ຂອງບັນຫາແມ່ນຄວາມເຂົ້າໃຈຜິດ ທີ່ວ່າສາສນາ ຫລືວັດທະນະທັມ ອາດເປັນອຸບປະສັກ.

  • ມີການພົບໄວຣັສ Mpox ສາຍພັນໃຫມ່ ໃນອອສເຕຣເລັຍ.

    24/07/2025 Duração: 04min

    ກໍຣະນີທີສອງ ຂອງອອສເຕຣເລັຍ ຂອງໄວຣັສ Mpox ຊຶ່ງເປັນສາຍພັນທີ່ຫາຍາກ ໄດ້ຖືກພົບເຫັນ ຢູ່ພາກຕາເວັນອອກສຽງໃຕ້ ຂອງQueensland. Mpox ສາຍພັນ Clade 1 ເຄີຍໄດ້ເຫັນພຽງແຕ່ເທື່ອດຽວ ໃນອອສເຕຣເລັຍເທົ່ານັ້ນ. ແຕ່ຣັຖບານ Queensland ກ່າວວ່າ ສາທາຣະນະຊົນ ບໍ່ຄວນກັງວົນ.

  • ປໂຍດຂອງການກວດໂຣກເບົາຫວານ.

    24/07/2025 Duração: 10min

    ໜ້ອຍຄົນຈະຮູ້ວ່າໂຣກເບົາຫວານ ເປັນສາເຫດສໍາຄັນ ຂອງການຕາບອດ ໃນຊາວອອສເຕຣເລັຍ ໃນອາຍຸທໍາງານ, ເປັນສາເຫດສໍາຄັນ ຂອງຫມາກໄຂ່ຫລັງເສື່ອມໂຊມ ແລະການຟອກເລືອດ ໃນອອສເຕຣເລັຍ. ມັນເພີ່ມຄວາມສ່ຽງ ຕໍ່ໂຣກຫົວໃຈ ແລະໂຣກເສັ້ນເລືອດໃນສມອງ (Stroke) ເຖິງສີ່ເທົ່າ. ມັນເປັນສາເຫດສໍາຄັນ ຂອງການຕັດຂາ ແລະມັນຍັງມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບທາງຈິດໃຈຂອງຜູ້ຄົນ. ສນັ້ນການປ້ອງກັນຈະດີກວ່າການປິ່ນປົວສເມີ.

  • ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ.

    24/07/2025 Duração: 08min

    ຢາຕ້ານອາການຊຶມເສົ້າ ເປັນຢາທີ່ໃຊ້ກັນຢ່າງກ້ວາງຂວາງທົ່ວໂລກ ແລະໃນອອສເຕຣເລັຍ. ປະມານຫນຶ່ງໃນເຈັດຄົນ ຂອງຊາວອອສເຕຣເລັຍ ກໍາລັງໃຊ້ຢາຕ້ານອາການຊຶມເສົ້າ (3.9ລ້ານຄົນ). ການທົບທວນ ທີ່ຖືກພິມໃນວາຣະສານ JAMA Psychiatry ຮວມການສຶກສາ 38 ເລື້ອງ ທີ່ມີໄລຍະສັງເກດຫລາຍກວ່າສອງອາທິດ, ຊຶ່ງເປັນໄລຍະເວລາທີ່ສໍາຄັນ ຊຶ່ງຄາດວ່າ ອາການຖອນຢາຈະເກີດຂືຶ້ນ.

  • Donald Trump ປະກາດການເກັບພາສີນຳເຂົ້າ

    24/07/2025 Duração: 13min

    ໃນວັນທີ 2 ເດືອນເມສາ ປີນີ້, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ. ຫລັງຈາກໄດ້ປ່ຽນແປງຕລາດການເງິນ ແລະກໍ່ໃຫ້ເກີດສົງຄາມການຄ້າທົ່ວໂລກ.

  • ຄຳພິພາກສາ ຕໍ່ການຕົກ ຂອງຖ້ຽວບິນ MH17

    17/07/2025 Duração: 09min

    ສານສິດທິມະນຸດຢູໂຣບ ໄດ້ມີຄຳພິພາກສາ ຄັ້ງປວັດສາດ ວ່າຣັສເຊັຍ ມີສ່ວນຮັບຜິດຊອບ ຕໍ່ການຕົກ ຂອງຖ້ຽວບິນ MH17 ຂອງ Malaysia Airlines ໃນປີ 2014. ຄຳພິພາກສາ ແມ່ນຕອບສນອງ ຕໍ່ສີ່ຄະດີຂອງ Ukraine ແລະ Netherlands ທີ່ຟ້ອງຣັສເຊັຍ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງການຂັດແຍ້ງໃນປີ 2014. ຄນະຜູ້ພິພາກສາ 17 ຄົນ ພົບວ່າ ນັບແຕ່ປີ 2014, ຣັສເຊັຍ ໄດ້ລະເມີດອະນຸສັນຍາສິດທິມະນຸດຢູໂຣບ ຢ່າງຊັດແຈ້ງ ແລະຢ່າງບໍ່ເຄີຍມີມາກ່ອນ.

  • ການສັ່ງຫ້າມການໃຊ້ສື່ສານມວນຊົນຂອງໄວລຸ້ນ

    17/07/2025 Duração: 08min

    ເມື່ອການສັ່ງຫ້າມ ການໃຊ້ສື່ສານມວນຊົນ ຂອງໄວລຸ້ນ ຈະມີຜົນບັງຄັບໃຊ້ໃນທ້າຍປີນີ້, ອອສເຕຣເລັຍ ຈະເປັນປະເທດທໍາອິດ ທີ່ພະຍາຍາມບັງຄັບໃຊ້ ອາຍຸຂັ້ນຕ່ຳທີ່ສຸດ ສໍາລັບສື່ສານມວນຊົນ. ໃນຂນະທີ່ຫຼາຍປະເທດກໍກຳລັງພິຈາຣເນາຈະນຳໃຊ້ກົດໝາຍທີ່ຄ້າຍຄືກັນນີ້.

  • ສັບປະດາ NAIDOC

    17/07/2025 Duração: 08min

    ສັບປະດາ NAIDOC ປີນີ້ ເປັນວັນຄົບຮອບ 50 ປີຂອງການໃຫ້ກຽດ ແກ່ສຽງ ແລະວັດທະນະທັມ ຂອງ First Nations ແລະ Michael Long ນັກເຄື່ອນໄຫວຜູ້້ບຸກເບີກ ແລະນັກກິລາ AFL ໄດ້ຖືກເລືອກ ໃຫ້ເປັນຜູ້ຊນະລາງວັນ Lifetime Achievement ຂອງ NAIDOC ໃນປີນີ້. Poster ກໍແມ່ນ ພາບສະທ້ອນທີ່ງົດງາມ ຂອງຫົວຂໍ້ຂອງສັບປະດາ NAIDOC ໃນປີນີ້: 'The Next Generation: Strength, Vision & Legacy'.

página 4 de 31