Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 81:04:50
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ໄຟຟ້າຟຣີ... ມີແທ້ຫຼືບໍ່ໃນ ອອສເຕຣເລັຍ?

    12/11/2025 Duração: 06min

    ຊາວອອສເຕຣເລັຍ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ. ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ບາງຄົນ ໃນຝ່າຍຄ້ານບໍ່ປະທັບໃຈ.

  • ອາດຊະຍາກັມທີ່ the Louvre

    22/10/2025 Duração: 06min

    ມັນເປັນອາດຊະຍາກັມເທື່ອຫຼ້າສຸດ ຂອງພິພິດທະພັນ the Louvre. ວັດຖຸແປດອັນ ໄດ້ຖືກລັກໄປ, ຮວມທັງສາຍຄໍມໍຣະກົດ ແລະເພັດ ທີ່ Napoleon ໄດ້ມອບໃຫ້ Marie Louise ພັນລະຍາຂອງລາວ, ແລະມົງກຸດໃນສັດຕະວັດທີ 19 ຂອງ Empress Eugenie, ພັນລະຍາຂອງ Napolean ທີສາມ ແລະ ປະທານທິບໍດີຝຣັ່ງ, Emmanuel Macron, ກ່າວວ່າກໍາລັງເຮັດທຸກວິທີທາງ ເພື່ອຈັບຜູ້ທີ່ຢູ່ເບື້ອງຫລັງ ການປຸ້ນຄັ້ງນີ້.

  • ຄວາມເມື່ອຍໜ່າຍ (Burnout) ໃນບ່ອນທໍາງານ.

    22/10/2025 Duração: 07min

    ຄວາມເມື່ອຍໜ່າຍ (Burnout) ມີລັກສນະແນວໃດ? ຄວາມເມື່ອຍໜ່າຍ ສາມາດສະແດງອອກ ໃນທາງທີ່ແຕກຕ່າງກັນ ແຕ່ຜູ້ຊ່ຽວຊານບອກວ່າ ມີສັນຍານທົ່ວໄປສອງສາມຢ່າງ ທີ່ບໍ່ຄວນລະເລີຍ. ສິ່ງເຫຼົ່ານີ້ ລວມເຖິງຄວາມຮູ້ສຶກໂດດດ່ຽວ, ຂຸ່ນເຄືອງ ແລະຂາດພະລັງງານ. ຄວາມເມື່ອຍໜ່າຍ ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ. ມັນສາມາດ ເປັນທາງຮ່າງກາຍເຊັ່ນກັນ, ບາງຄັ້ງກໍໄປສູ່ຄວາມເຈັບປວດຫົວ ແລະຄວາມເຈັບປວດຕາມຮ່າງກາຍຫຼາຍຂຶ້ນ, ພ້ອມທັງການລົບກວນຂອງການນອນ.

  • ການປ້ອງກັນການລົ້ມ ໃນຜູ້ສູງອາຍຸ.

    22/10/2025 Duração: 07min

    ໃນອອສເຕຣເລັຍ, ປະມານ ຫນຶ່ງໃນສີ່ຄົນ ທີ່ມີອາຍຸສູງກວ່າ 65 ປີ ປະສົບກັບການລົ້ມ ຢ່າງຫນ້ອຍຫນຶ່ງເທື່ອໃນແຕ່ລະປີ ແລະມັນເປັນສາເຫດສໍາຄັນ ຂອງການບາດເຈັບ, ການເຂົ້າໂຮງຫມໍ ແລະການຕາຍ ໃນບັນດາຜູ້ສູງອາຍຸ ຊາວອອສເຕຣເລັຍ. ການປ້ອງກັນການລົ້ມ ບໍ່ໄດ້ເປັນເລື່ອງງ່າຍ, ໂດຍສະເພາະຢ່າງຍິ່ງ ເມື່ອພາສາ ຂັດຂວາງການຮັບຮູ້.

  • ການເສບຕິດຂອງຫມາກັບຂອງຫລິ້ນ.

    21/10/2025 Duração: 08min

    ທີ່ມະຫາວິທະຍາລັຍ Veterinary Medicine ໃນ Vienna ພົບວ່າ ໝາບາງສາຍພັນ ມີການເສບຕິດກັບຂອງຫຼິ້ນຂອງພວກມັນ ຊຶ່ງຄ້າຍຄືກັນກັບ ການເສບຕິດໃນມະນຸດ... ແຕ່ບໍ່ມີຫຼັກຖານທາງວິທຍາສາດທີ່ຈະຮອງຮັບເລື້ອງນີ້ ແຕ່ມັນເປັນການສັງເກດໂດຍທົ່ວໄປເທົ່ານັ້ນ.

  • ກົດຫມາຍດ້ານສິດທິມະນຸດອອສເຕຣເລັຍ

    15/10/2025 Duração: 07min

    ເປັນຫຍັງອອສເຕຣເລັຍ ຈຶ່ງບໍ່ມີກົດຫມາຍສິດທິມະນຸດ ໃນລະດັບຣັຖບານກາງ, ຊຶ່ງແຕກຕ່າງຈາກ New Zealand ແລະປະເທດອັງກິດ? ເຖິງແມ່ນວ່າ ມີສິດທິທີ່ຖືກປົກປ້ອງ ໂດຍຣັຖທັມມະນູນ; ແລະມີກົດຫມາຍ ຕໍ່ຕ້ານການເລືອກປະຕິບັດ* ຂອງຣັຖບານກາງ ແຕ່ກໍ ມີກົດຫມາຍສິດທິມະນຸດ ທີ່ແຕກຕ່າງກັນ, ຍົກຕົວຢ່າງໃນ Victoria, ACT ແລະ Queensland.

  • ການຈັດອາຫານແປຮູບພິເສດ ອອກຈາກໂຮງຮຽນ.

    15/10/2025 Duração: 07min

    ຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom. ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.

  • ວ່າດ້ວຍເຄື່ອງມືຕິດຕາມໂຕ.

    15/10/2025 Duração: 15min

    ດ້ວຍວ່າສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ... ການນຳໃຊ້ເຄື່ອງມືຕິດຕາມໂຕ ກໍມີຫຼາຍຂຶ້ນ. ຜູ້ຊ່ຽວຊານບາງຄົນກໍຄິດວ່າເປັນການດີ... ແຕ່ບາງຄົນກໍເວົ້າວ່າຈະເຮັດໃຫ້ມີຄວາມເປັນສ່ວນໂຕຫຼຸດໜ້ອຍລົງແລະອິດສຣະພາບຈະຖືກຈຳກັດ.

  • ຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີ ພະລັງງານນິວເຄລັຍ.

    13/10/2025 Duração: 06min

    ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍ ພະລັງງານນິວເຄລັຍກໍຕາມ. ແຕ່ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບນະໂຍບາຍນີ້ອີກເທື່ອໜຶ່ງ ໂດຍອ້າງເຖິງຄວາມກ້າວໜ້າຂອງດ້ານນີ້ໃນສະຫະຣັດອາເມຣິກາ.

  • ຄວາມເຫງົາຂອງຜູ້ຊາຍ ໃນອອສເຕຣເລັຍ.

    09/10/2025 Duração: 09min

    ຄວາມເຫງົາໃນບັນດາຜູ້ຊາຍ ຖືກອະທິບາຍວ່າເປັນ "ວິກິດ" ໃນອອສເຕຣເລັຍ, ແລະເບິ່ງຄືວ່າກໍາລັງເພີ່ມຂຶ້ນ. ການສຶກສາຄົ້ນຄວ້າຂອງອອສເຕຣເລັຍເມື່ອບໍ່ດົນມານີ້ ສາມາດໃຫ້ຄໍາຕອບວ່າ ເປັນຫຍັງຜູ້ຊາຍຈຶ່ງເບິ່ງຄືວ່າ ກໍາລັງດີ້ນລົນກັບຄວາມເຫງົາຫຼາຍຂຶ້ນ.

  • ການປິດໂຕຂອງຣັຖບານ ອາເມຣິກາ.

    09/10/2025 Duração: 08min

    ນີ້ເປັນການປິດຣັຖບານ ຄັ້ງທີ 15 ນັບແຕ່ປີ 1981. ເຫດການນີ້ເກີດຂຶ້ນເພາະວ່າສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດ ໝາຍງົບປະມານໃຫມ່ ກ່ອນວັນທີ 30 ເດືອນກັນຍາໄດ້. ໃນຂນະທີ່ພັກ Republican ຄວບຄຸມທັງສອງສະພາ, ໃນສະພາສູງ ເຂົາເຈົ້າຕ້ອງມີ 60 ສຽງເພື່ອຜ່ານກົດຫມາຍການໃຊ້ຈ່າຍ, ຊຶ່ງຫມາຍຄວາມວ່າ ເຂົາເຈົ້າຕ້ອງເຈຣະຈາກັບຝ່າຍ Democrats ເພື່ອຜ່ານກົດຫມາຍ ທີ່ຈະອະນຸມັດເງິນສໍາລັບໜ່ວຍງານ ແລະບໍຣິການຂອງຣັຖບານ.

  • ພະຍາບານທີ່ຈົດທະບຽນ ຈະສາມາດອອກໃບສັ່ງຢາໄດ້.

    09/10/2025 Duração: 05min

    ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.

  • ການປິ່ນປົວແລະດູແລຜູ້ປ່ວຍໂຣກສມອງເສື່ອມ

    09/10/2025 Duração: 12min

    ໃນປີ 2065 ຄາດວ່າຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ຈະຢູ່ກັບພາວະສມອງເສື່ອມ ເພາະຈໍານວນຜູ້ຄົນມີອາຍຸສູງຂຶ້ນ. ພັນທຸກັມ ແລະວິຖີຊີວິດ ກໍມີບົດບາດຄືກັນ ໃນການເປັນໂຣກນີ້. ແຕ່ໃນປີ 2024, ວາຣະສານ Lancet Journal ລະບຸປັດຈັຍອັນຕະຣາຍ 14 ຢ່າງທີ່ສາມາດປ່ຽນແປງໄດ້, ຮວມທັງການບາດເຈັບໃນສມອງ, ພາວະຊຶມເສົ້າ, ໂຣກອ້ວນ, ຂາດການອອກກໍາລັງກາຍ, ດື່ມເຄື່ອງມຶນເມົາຫລາຍເກີນໄປ, ການສູນເສັຍການໄດ້ຍິນ ແລະການໂດດດ່ຽວທາງສັງຄົມເປັນຕົ້ນ ຊຶ່ງສາມາດຫລຸດອັດຕາ ໄດ້ເຖິງຫນຶ່ງສ່ວນສາມ.

  • ວັນແປສາກົນ ທີ່ຖືກຮັບຮູ້ໂດຍສະຫະປະຊາຊາດ.

    02/10/2025 Duração: 11min

    ບໍ່ມີຫລາຍຄົນ ຮູ້ເຖິງຄວາມແຕກຕ່າງລະຫວ່າງ ການແປ(Translating) ແລະການເປັນລ່າມ (Interpreting). ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ຄືການແປ (Translating) ແມ່ນການຂຽນ ໃນຂນະທີ່ການເປັນລ່າມ (Interpreting) ແມ່ນການໃຊ້ພາສາເວົ້າ. ໃນອອສເຕຣເລັຍ ເຮົາບໍ່ສາມາດເຫັນຜູ້ແປ (Translators) ແລະລ່າມ(Interpreter) ໄດ້. ເປັນເວລາແປດປີແລ້ວ ທີ່ອົງການສະຫະປະຊາຊາດ ໄດ້ຮັບຮູ້ວັນແປສາກົນ (International Translation Day) ເປັນເທື່ອທໍາອິດ. ຊຶ່ງກົງກັບວັນທີ 30 ເດືອນກັນຍາ.

  • ຜົນກະທົບຂອງການຕິດພະນັນ

    02/10/2025 Duração: 10min

    ການຄົ້ນຄວ້າໃຫມ່ ເນັ້ນເຖິງຄວາມກ່ຽວຂ້ອງ ລະຫວ່າງບັນຫາການພະນັນ ກັບຄວາມຮຸນແຮງໃນຄອບຄົວ, ການຂ້າຕົວຕາຍ ແລະຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຊາວອອສເຕຣເລັຍ ຫຼາຍກວ່າ 3 ລ້ານຄົນ ໄດ້ຮັບຜົນກະທົບ ຊຶ່ງແມ່ນຈຳນວນຫລາຍຂຶ້ນ ທີ່ກໍາລັງໄດ້ຮັບອັນຕະຣາຍ ຈາກການຫລິ້ນພະນັນ.

  • ໂຄງການຂອງກອງທະຫານອາເມຣິກາ

    02/10/2025 Duração: 09min

    Donald Trump ກ່າວຕໍ່ນາຍທະຫານຫລາຍຮ້ອຍຄົນ ເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ. ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.

  • ການລະເມີດຄວາມເປັນສ່ວນຕົວຂອງລູກຄ້າ

    02/10/2025 Duração: 07min

    ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ. ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).

  • ການປະທ້ວງຂອງຝ່າຍຂວາຈັດ.

    25/09/2025 Duração: 12min

    ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ທີ່ຂັບເຄື່ອນການປະທ້ວງຄັ້ງໃຫຍ່ ຂອງຝ່າຍຂວາຈັດ ໃນອອສເຕຣເລັຍ ແລະປະເທດອັງກິດ, ແລະກ່າວວ່າມັນ "ບໍ່ເປັນເລື່ອງພິເສດຫຍັງ". ເຂົາເຈົ້າຍັງເວົ້າອີກວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງເມື່ອລາຍງານ.

  • ຄວາມປອດພັຍດ້ານອາຫານໃນລະດູຮ້ອນ.

    25/09/2025 Duração: 07min

    ຫລາຍກວ່າເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍ ເຫັນວ່າ ຄວາມເຈັບປ່ວຍທີ່ເກີດຈາກອາຫານນັ້ນ ເປັນບັນຫາເລື່ອງຄວາມປອດພັຍຂອງອາຫານ, ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ບໍຣິໂພກ ມີການປະຕິບັດ ດ້ານຄວາມປອດພັຍທາງອາຫານຢ່າງສມ່ຳສເມີ ເມື່ອຕຽມອາຫານຢູ່ບ້ານ. ດ້ວຍລະດູຮ້ອນ ທີ່ຮ້ອນອົບເອົ້າໃກ້ເຂົ້າມາ, ຜູ້ສນັບສນູນ ແລະຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ຊາວອອສເຕຣເລັຍ ຕ້ອງລະມັດລະວັງຫລາຍກວ່າເກົ່າ ກ່ຽວກັບອາຫານເປັນພິດໃນປີນີ້.

  • ການຢ້ຽມຢາມອັງກິດຂອງ Donald Trump

    25/09/2025 Duração: 07min

    ມີຫຼາຍຄຳຖາມຈາກນັກການທູດຂອງອັງກິດວ່າ ການຢ້ຽມຢາມອັງກິດຂອງ Donald Trump ໃຫ້ປໂຍດຫຍັງແດ່ແກ່ປະເທດ. ແຕ່ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ. ສຳລັບເຈົ້າໜ້າທີ່ອັງກິດບາງຄົນແລ້ວ, ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.

página 2 de 31