Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ອັບເດດ ໂຄວິດ-19: ຈຳນວນເປັນໂຄວິດໃນນີວຊາວທ໌ແວນລ໌ມີເກີນ 1000, ເສຣີພາບຕື່ມຖຶກປະກາດອອກມາສຳຮັບຄົນໃນນີວຊາວທ໌ແວນລ໌
26/08/2021 Duração: 04minນີ້ແມ່ນອັບເດດໃໜ່ສຳຮັບມື້ນີ້ 26 ສິງສາ 2021. ໃນນັ້ນມີສິ່ງທີ່ທ່ານຄວນຮຽນຊາບໄວ້.
-
ລາວອາວຸໂສອ້າງວ່າສູນເສັຍເພີ້ມຄວາມຊົງຈຳພາຍຫຼັງຖຶກສັກຢາວັກຊີນໂຄວິດ
26/08/2021 Duração: 10minຂໍສຫງວນຊື່ສຽງຂອງຜູ້ຖຶກສຳພາບໄວ້ຕາມການຮ້ອງຂໍ. ບໍ່ວ່າຢາວັກຊີນ ໂຄວິດ-19 ໃດໆ ມັນມີຜົນຂ້າງຄຽງທັງນັ້ນແລະ ຄວາມໜັກໜ່ວງຂອງຜົນຂ້າງຄຽງນັ້ນແມ່ນຂຶ້ນກັບແຕ່ຣະບຸກຄົນ. ໃນຫວ່າງນຶ່ງນີ້ຄົນລາວທ່ານນຶ່ງອ້າງວ່າອາການຄວາມຊົງຈຳຂອງທ່ານ ເຮີະຮ້າຍຂຶ້ນພາຍຫຼງັຖຶກສັກຢາວັກຊີນໂຄວິດໃຫ້ແລ້ວຊົ່ວຣະຍະນຶ່ງ. ນີ້ເປັນໄປໄດ້ຫຼືບໍ?
-
ສປປລ ປັບໃໜໄທຍ໌ເຈັດຄົນແລ້ວຜັກດັນກັບບ້ານ
26/08/2021 Duração: 05minຊາວບ້ານໄທຍ໌ເຈັດຄົນທີ່ໄປເກັບເຮັດແລ້ວຫຼົງເຂົ້າໄປໃນເຂດນ້ຳແດນດິນລາວ ຖຶກປ່ອຍໂຕກັບບ້ານໂດຍເປັນທາງການແລ້ວພາຍຫຼັງຖຶກປັບໃໜຢ່າງໜັກໜວງ ແຕ່ຣະຄົນ.
-
ການລ໋ອກດາວການສຶກສາໃນລາວຖຶກຂະຫຍາຽເພີ້ມຂຶ້ນ
26/08/2021 Duração: 05minຍ້ອນ ໂຄວິດ-19 ແຜ່ຣະບາດເພີ້ມຂຶ້ນໃນ ສປປລາວ ບັດນີ້ການສຶກສາ ໃນແຜ່ນດິນລາວຖຶກລ໋ອກດາວໄວ້ຢ່າງກ້ວາງຂວາງ. ບັດນີ້ການສຶກສານັ້ນຕົກຢູ່ໃນສະພາບແບບໃດກັນ?
-
ຈີນຊອກຫາວິທີທາງຜະລິດຢາ ວັກຊີນ-19 ໃນ ສປປລ
26/08/2021 Duração: 04minມາກມາຍມາແລ້ວ ສປຈ ໃຫ້ຢາວັກຊິນ ໂຄວິດ-19 ແກ່ ສປປລ ຟຼີໆ ແຕ່ໃນຫວ່າງເມື່ອກີ້ໜີ້ຜູ້ຕາງໜ້າບໍ່ຣິສັດ ສປຈ ຈຸນຶ່ງໄປ ສປປລ ເພື່ອ ປຶກສາຫາສລືກັບທາງການ ສປປລ ເພື່ອຈະຜະລິດຢາວັກຊີນໂຄວິດຂຶ້ນ ຢູ່ໃນແຜ່ນດິນລາວເພື່ອການບໍ່ຣະໂພກໃນຂົງເຂາດ.
-
ການຄົ້ນຄວາໃໜ່ເຫັນວ່າຢາວັກຊີນໃດໆສອງໂດສ໌ຈະໃຫ້ການປ້ອງກັນອັນຄ້າຍຄຽງກັນໃນການຕໍ່ຕ້ານ ໂຄວິດ-19
26/08/2021 Duração: 07minການຄົ້ນຄວາໃໜ່ກ່ຽວກັບຢາວັກຊີນ ໂຄວິດ-19 ຢັ້ງຢືນວ່າຢາດັ່ງກ່າວໃດໆສອງໂດສ໌ ຈະໃຫ້ການປົກປ້ອງຈາກ ໂຄວິດ-19ໄ ດ້ຢ່າງຄ້າຍຄຽງກັນ. ນີ້ເປັນດັ່ງນັ້ນຂຶ້ນມາເມື່ອທີ່ໂລກນີ້ມີ ແດນຕາ ແຜ່ຣະບາດຂຶ້ນມາກມາຍ.
-
ຣັດນີວຊາວທ໌ແວນລ໌ທັງໜົດຖຶກລ໋ອກດາວເມື່ອກໍຣະນີ ໂຄວິດ-19 ປູດຂຶ້ນຫຼາຍເປັນປະຫວັດການ
26/08/2021 Duração: 05minມີການເປັນ ໂຄວິດ-19 ຈາກກການຕິດແປດກັນເອງໃນທ້ອງຖິ່ນມາກມາຍ ເມື່ອທີ່ທຸກແຫ່ງໃນຣັດນີວຊາວທ໌ແວນລ໌ຖຶກລ໋ອກດາວໄວ້ແລ້ວ. ພ້ອມນັ້ນພາກຕາເວັນອອກຂອງອອສເຕຼເລັຍກໍກະທຳສົງຄາມຕໍ່ຕ້ານທານ ແດນຕາ ດ້ວຍ.
-
ສາທາຣະນະຊົນອອສເຕຼເລັຍເຊື່ອໜັ້ນນັກວິທຍາສາດ
26/08/2021 Duração: 06minການຂົນຂວາຍຂັ້ນໂລກທີ່ມອງເບິ່ງຄວາມຮູ້ສຶກກ່ຽວກັບນັກວິທຍາສາດ ບອກໃຫ້ຮູ້ວ່າສາທາຣະນະຊົນອອສເຕຼເລັຍໜັ້ນຈິດໜັ້ນໃຈກັບນັກວິທ ຍາສາດ ໂດຍທີ່ວ່າມີເົກົ້າຄົນຈາກແຕ່ຣະສິບຄົນຮັບຮູ້ບົດບາດອັນສຳຄັນ ຂອງພວກຂະເຈົ້າສຳຮັບອານາຄົດທີ່ມີວິກິດ ໂຄວິດ-19. ແລະອີງຕາມການເຜີຍແຜ່ຂອງ ສັບປະດາວິທຍາສາດແຫ່ງຊາດ ໃນຖານ ທຽບເທົ່າກັບໂລກນີ້ ອສສເຕຼເລັຍໜູນເງິນໜູນຄຳໃສ່ວິທຍາສາດຢ່າງມາກມາຍ.
-
-
ໄທຍ໌ກຳລັງທົດລອງເພື່ອຈະຜະລິດຢາວັກຊີນ ໂຄວິດ-19 ອີກ
26/08/2021 Duração: 03minຢາວັກຊີນ ໂຄວິດ-19 ອັນມີປະສິຕິຜົນສູງສົ່ງຖຶກຜະລິດຢູ່ໃນໄທຍ໌ ມາແລ້ວຊົ່ວຣະຍະນຶ່ງແລ້ວແລະກໍຄົ້ນຄ້ວາແລະກຳລັງຈະຜະລິດຕື່ມຢູ່. ບັດນີ້ວິທຍາສາດໄທຍ໌ກຳລັງຈະຜະລິດຢານັ້ນອອກມາໃນໄວໆນີ້. ມັນເປັນມາແລະແມ່ນຫຍັງກັນແທ້?
-
ສປປລ ສາມາດປິ່ນປົວ ໂຄວິດ-19 ແທ້ບໍ່?
26/08/2021 Duração: 04minໃນໂລກນີ້ຍັງບໍ່ມີອັນໃດຈະມາປິ່ນປົວ ໂຄວິດ-19 ໄດ້ເທ່ື່ອກນອກຈາກມີແຕອາໃສ ຢາວັກຊີນກັນ ໂຄວິດ-19 ເປັນເດີມພັນປ້ອງກັນມະນຸດທັງຫຼາຍ. ແຕ່ບັດນີ້ມີການປະໂລຂຶ້ນມາເວົ້າວ່າລາວມີຢຸກຢາປິ່ນປົວພະຍາດ ດັ່ງກ່າວໄດ້ແລະມີໄວ້ບໍຣິການແລ້ວ.
-
ສປປລ ຮຽກຮ້ອງໃຫ້ໄທຍ໌ຊ່ວຍແຮງງານລາວກັບບ້ານ
26/08/2021 Duração: 03minແຮງງານລາວມາກມາຍຍັງຄ້າງຄາຢູ່ໃນໄທຍ໌ກະທັ້ງທີ່ພວກຂະເຈົ້າຢາກກັບລາວຢ່າງ ຮີບດ່ວນຍ້ອນວິກິດ ໂຄວິຊ19. ນີ້ໄດ້ເຮັດໃຫ້ທາງການຂັ້ນສູງ ສປປລ ຮຽກຮ້ອງໃຫ້ໄທຍ໌ຊ່ວຍພວກດັ່ງກ່າວກັບບ້ານ ແຕ່ທາງການ ສປປລ ເຮັດຫັຍງແດ່ແກ່ພວກຂະເຈົ້ານັ້ນເມື່ອຄາຢູ່ໃນໄທຍ໌ນັ້ນ?
-
ການຊີ້ແຈງການດູແລເດັກໃນອອສເຕຼເລັຍ
26/08/2021 Duração: 09minໃນອອສເຕຼເລັຍ ຖ້າຫາກທ່ານເຮັດວຽກເຮັດການຫຼືຮ່ຳຮຽນຢູ່ແລະມີລູກຢູ່ບ້ານ ທ່ານສາມາດຢືດຢື້ເຖິງການຄ້ຳຈູນສຳຮັບການດູແລເດັກ. ການຊ່ວຍເຫຼືອນັ້ນມີຫຼາຍຢ່າງຫຼາຍແນວໂດຍຂຶ້ນກັບວ່າທ່ານຖຶກຕ້ອງແລະຖຶກ ຮັບຮູ້ໂດຍຫຼັກການທີ່ມີຢູ່ຫຼືບໍ່ແລະຣະດັບການຊົດຊ່ວຍທ່ານນັ້ນຂຶ້ນກັບລາຍໄດ້ຂອງ ຄອບຄົວຂອງທ່ານ.
-
ການເຂົ້າໃຈກ່ຽວກັບຄວາມບໍ່ເທົ່າທຽມກັນຂອງຄົນພື້ນເມືອງອອສເຕຼເລັຍ
26/08/2021 Duração: 09minຈາກການມອງເບິ່ງສິ່ງທີ່ຊີ້ບອກເຖິງຄວາມຢູ່ດີກິນດີອູດົມສົມບຸນແລະດ້ານເສຖກິດ ຂອງຄົ້ນພື້ນເມືອງອອສເຕຼເລັຍ ພວກຂະເຈົ້າບໍ່ມີຄວາມສເມີພາບກັນມາກມາຍກັບ ຄົນອື່ນໃດໃນອອສເຕຼເລັຍ. ນີ້ເປັນໄດ້ແບບໃດແລະກໍຍັງເປັນໄປຢູ່?
-
ອົງການສາທາຣະນະສຸກໂລກຮຽກຮ້ອງໃຫ້ມີຢາວັກຊີນ ໂຄວິດ-19 ສເມີພາບກັນໃນໂລກນີ້
26/08/2021 Duração: 07minອົງການສາທາຣະນະສຸກໂລກຮຽກຮ້ອງເຖິງປະເທດທີ່ຈະສັກຢາວັກຊີນ ໂຄວິດ-19 ເຂັມທີ່ສາມ ຄືເຂັມກະຕຸ້ນ ຈົ່ງພິຈາຣະນາເບິ່ງປະເທດທັງຫຼາຍທີ່ຄວາມຄວາມຍາກ ຊາທີ່ຈະສັກຢາວັກຊີນ ໂຄວິດ-19 ເຂັມທຳອິດ. ອົງການສາທາຣະນະສຸກໂລກຢາກໃຫ້ປະເທດຕ່າງໆມີຢາວກຊີນ ໂຄວິດ-19 ຢ່າງ ສມ່ຳສເມີກັນກ່ອນ. ຫຼາຍປະເທດໃນໂລກນີ້ຂາດເຂີນຢາວັກຊີນນັ້ນ.
-
-
ພາກລາຍການພາສາລາວ ແອສບີແອສ ເຣດີໂອ ຕ້ອງການ ຜູ້ຄວບຄຸມຈັດທຳລາຍການ
23/08/2021 Duração: 01minພາກລາຍການພາສາລາວຂອງສະຖາວິທຍຸກະຈາຍສຽງຕ້ອງການ ຜູ້ຄວບຄຸມແລະຈັດທຳລາຍການພາສາລາວ. ທ່ານເປັນຄົນທີ່ເໜາະສົມກັບໜ້າທີ່ວຽກງານດັ່ງກ່ວາບໍ່?
-
ອັບເດດ ໂຄວິດ-19 : ການຕ້ອງຫ້າມອັນເຄັ່ງຄັດຕື່ມຂອງຊິດນີຖຶກນຳມາບັນບັນຍັດ
23/08/2021 Duração: 04minໂຄວິດ-19 ມັນແຜງລິດເດດໄປໆມາໆຢູ່ຕລອດແລະທາງການກໍປ່ຽນແປງວິທີການປິດລ້ອມມັນຢູ່ສເມີມາ. ຣັດຕ່າງໆໃນອອສເຕຼເລັຍພະຍາຍາມປັບສະພາບການຂອງພວກເພິ່ນໃຫໄວກ່ວາລວດລາຍຂອງໂຄວິດ. ບັດນີ້ນີວຊາວທ໌ແວນລ໌ ໂດຍສະເພາະຂົງແຄ້ວນຊິດນີ ນຳເອົາກົດເກນອັນເຄັ່ງຄັດຂຶ້ນຕຶ່ມມາໃຊ້ແລ້ວ. ນັ້ນແລະຂອງຣັດຕ່າງໆມີຫັຍງແດ່?
-
ອັບເດດ ໂຄວິດ-19 : 21-8-21
21/08/2021 Duração: 04minພວກຂ້າພະເຈົ້າມີອັບເດດກ່ຽວກັບໂຄວິດເປັນປະຈຳ. ໃນຕໍ່ໄປນີ້ກໍແມ່ນອັບເດດນັ້ນ. ມີຫັຍງແດ່ທີ່ຄວນຮູ້?
-
ອັບເດດ ໂຄວິດ-19: ລ໋ອກດາວຊິດນີປັດຈຸບັນຖຶກຕໍ່ດົນນານອີກນຶ່ງເດືອນເມື່ອໂຄວິດແຜ່ຣະບາດຢູ່ໃນຊົນນພບົດວິກຕໍເຣັຍ
20/08/2021 Duração: 04minສະຖານະການນະພາບໂຄວິດໃນນີວຊາວທ໌ແວນລ໌ປາກົດໜັກເມື່ອໜ້າຢູ່ ແຕ່ມັນແນວໃດກັນແທ້ໆແລ້ວ? ວິກຕໍເຣັຍແລະຣັດອື່ນໆເດ້?